ຫວຽດນາມແລະSlovakiaເພີ່ມທະວີການແລກປ່ຽນບົດຮຽນນິຕິບັນຍັດ,ຕິດຕາມກວດກາ

ຫວຽດນາມແລະSlovakiaເພີ່ມທະວີການແລກປ່ຽນບົດຮຽນນິຕິບັນຍັດ,ຕິດຕາມກວດກາ - ảnh 1
ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮື​ງງອກ​ເຊີນ ຕ້ອນຮັບ ແລະ ເຈລະຈາ
ກັບທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Slovakia Jana Lassakova
(ພາບ: Phương Hoa/TTXVN)


(vovworld) - ວັນ​ທີ 2/4, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ​ຫວຽດນາມ, ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮື​ງງອກ​ເຊີນ ນຳ​ໜ້າ, ​ໄດ້​ມີ​ການ​ເຈລະຈາ​ກັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ສາທາລະນະ​ລັດ Slovakia ​ໂດຍ​ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Jana Lassakova ນຳໜ້າ ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.​ ທີ່​ການ​ເຈລະຈາ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮື​ງງອກ​ເຊີນ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ຢາກ​ເປັນ​ເພື່ອ​ກັບ​ທຸກ​ປະ​​ເທດ ​ແຕ່​ກໍ່​ຖື​ເປັນ​ສຳຄັນ​ ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ, ​ໃນ​ນັ້ນ​ມີ Slovakia. ສະພາ​ແຫ່ງ​ຊາດ​ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື, ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ 2 ລັດ ​ແລະ 2 ຊາດ ຫວຽດນາມ- Slovakia. ສະພາ​ແຫ່ງ​ຊາດ​ຫວຽ​ດນາມ​ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ Slovakia ຊອກ​ຮູ້​ກາລະ​ໂອກາດ​ຮ່ວມ​ມື, ລົງທຶນ​ໃນ​ຫຼາຍ​ຂົງ​ເຂດ ​ເຊິ່ງຫວຽດນາມ ມີ​ຄວາມ​ຕ້ອງການ ​ແລະ Slovakia ມີ​ທ່າ​ແຮງ​ຄື: ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ, ຜະລິດ​ອຸປະກອນ​ນ້ຳມັນ​ອາຍ​ແກັດ, ກະສິກຳ,​ອຸດສາຫະກຳ​ປ້ອງ​ກັນຊາ​ດ…ທີ່​ການ​ເຈລະຈາ,​2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ໃນ​ໄລຍະ​ຈະ​ມາ​ເຖິງ, ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລະຫວ່າງ 2 ປະ​ເທດ,​2 ສະພາ​ແຫ່ງ​ຊາດ, ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ ​ແລະ ສະມາຊິກ​ລັດຖະສະພາ​ເອງ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ກໍ່​ຄື​ແລກປ່ຽນ​ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​ນິຕິບັນຍັດ ແລະ ຕິດຕາມ​ກວດກາ.
        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ ຮ່ວາງ​ບີ່​ງກວນ, ຫົວໜ້າ​ຄະນະ​ພົວພັນ​ການ​ຕ່າງປະ​ເທດ​ສູນ​ກາງ, ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Jana Lassakova,​ ຮອງ​ປະທານ​ສະພາ​ແຫ່ງ​ຊາດ Slovakia. ນະທີ່​ນີ້, ທ່ານ ຮ່ວາງ​ບີ່​ງກວນ ຢືນຢັນ​ວ່າ: ພັກກອມ​ມູນິດ​ຫວຽດນາມ ມີ​ນະ​ໂຍບາຍ​ເປີດ​ກ້ວາງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ບັນດາ​ພັກ​ກອມ​ມູນິດ, ​ກຳມະກອນ, ຝ່າຍ​ຂວາກໍ່​ຄື​ບັນດາ​ພັກ​ກຳ​ອຳນາດ​ໃນ​ທົ່ວ​ໂລກ, ​ໃນ​ນັ້ນ​ມີ​ພັກ​ທິດ​ທາງ​ສັງຄົມ​ປະຊາທິປະ​ໄຕ (SMER-SD) ຂອງ Slovakia. ທ່ານ ຮ່ວາງ​ບີ່​ງກວນ ສະ​ເໜີ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ພັກ​ເພີ່ມ​ທະວີການ​ພົບ ​ປະ, ແລກປ່ຽນ​ຄະນະ​ຜູ້​ແທນ, ກ້າວ​ໄປ​ເຖິງການ​ສ້າງ​ຕັ້ງ​ສາຍ​ພົວພັນ​ຢ່າງ​ເປັນ​ທາງ​ການ, ສ້າງ​ພື້ນຖານ​ດ້ານ​ການ​ເມືອງ​ອັນຍາວ​ນານ​ໃຫ້​ແກ່ການ​ຮ່ວມ​ມື 2 ຝ່າຍ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ