ຫວຽດນາມແລະກຳປູເຈຍເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານກ່ຽວກັບອາດຊະຍາກຳຢາເສບຕິດຂ້າມຊາຍແດນ

ຫວຽດນາມແລະກຳປູເຈຍເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານກ່ຽວກັບອາດຊະຍາກຳຢາເສບຕິດຂ້າມຊາຍແດນ - ảnh 1
ທ່ານ​ພົນ​ຕີ ດົ່ງ​ດ້າຍ​​ໂລກ, ຮອງ​ຫົວໜ​້າກົມ​ໃຫຍ່​
ຕຳຫລວດ, ກະຊວງ​ຕຳຫລວດ ຫວຽດນາມ
(ພາບ: cand.com)

(vovworld) - ​ ​ ຕອນ​ເຊົ້າ​ວັນ​ທີ 22/11, ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໄດ້ດຳ​ເນີນ​ກອງ​ປະຊຸມ​ສາກົນ​ຄັ້ງ​ທີ 3 ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ​ຕ້ານ​ຢາ​ເສບ​ຕິດ​ລະຫວ່າງ​ບັນດາ​ຫ້ອງການ​ຕິດ​ຕໍ່​ພົວພັນ​ຜ່ານ​ຊາຍ​ແດນ (BLO) ຫວຽດນາມ - ກຳປູ​ເຈຍ. ​ໃນ​ໄລຍະ​ຜ່ານ​ມາ, ສະພາບ​ການ​ຊື້ - ຂາຍ, ຂົນ​ສົ່ງ​ຢາ​ເສບ​ຕິດຂ້າມຊາຍ​ແດນ ຍັງ​ດຳ​ເນີນ​ໄປ​ຢ່າງ​ສັບສົນ, ພິ​ເສດ​ແມ່ນ​ເຂດ​​ດ່ານ​ຊາຍ​ແດນສາກົນ ມົກບ່າຍ ​ແຂວງ ​ໄຕ​ນີງ; ຕີ້​ງບຽນ ​ແຂວງ ອານ​ຢາງ…​ເພື່ອ​ຕໍ່ສູ້​ກັບ​ອາດຊະຍາ​ກຳປະ​ເພດ​ນີ້, 2 ປະ​ເທດ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ ສັນຍາ ​ແລະ ​ແຜນການ​ຮ່ວມ​ມື​ຄວບ​ຄຸມ​ຢາ​ເສບ​ຕິດ ການ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ໃນ​ໄລຍະ​ຜ່ານ​ມາ​ໄດ້​ມີ​ການ​ເຄື່ອນ​ໄຫວ​ລະອຽດຫລາຍ​ຢ່າງ, ປະກອບສ່ວນ​ຮັກສາ​ຄວາມ​ສະ​ຫງົບ​ປອດ​ໄພ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍຢູ່​ເຂດ​ຊາຍ​ແດນ​ຢ່າງ​ມີ​ປະສິດທິ​ຜົນ, ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ 2 ປະ​ເທດ​ໄປ - ມາ​ທຳ​ມາ​ຫາ​ກິນດຳລົງ​ຊີວິດ​ຢ່າງ​ສະດວກ​ສະບາຍ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ ຈະ​ສືບ​ຕໍ່​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ໃນ​ຂົງ​ເຂດ​ນີ້​ຫລາຍ​ກ່ວາ​ອີກ ​ເພື່ອ​ປ້ອງ​ກັນ​ຕ້ານ​ອາດຊະຍາ​ກຳ​ຢາ​ເສບ​ຕິດ​ໃຫ້​ດີ​ທີ່​ສຸດ. ທ່ານ​ພົນ​ຕີ ດົ່ງ​ດ້າຍ​​ໂລກ, ຮອງ​ຫົວໜ​້າກົມ​ໃຫຍ່​ຕຳຫລວດ, ກະຊວງ​ຕຳຫລວດ ຫວຽດນາມ ຖື​ວ່າ:

        “​ໃນ​ໄລຍະ​ຈະ​ມາ​ເຖິງ, ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ ຈະ​​ສຸມ​ໃສ່​ປະຕິບັດ​ວຽກ​ງານ​ໂຄສະນາ​ເຜີຍແຜ່​ໃນ​ການ​ປ້ອງ​ກັນ​ຕ້ານ​ຢາ​ເສບ​ຕິດ​ຢູ່ຕາມ​​ເສັ້ນ​ຊາຍ​ແດນ 2 ປະ​ເທດ​ເປັນ​ຢ່າງ​ດີ. ບັນຫາ​ທີ 2 ​ແມ່ນ​ສືບ​ຕໍ່​ກຳ​ແໜ້ນ​ສະພາບ​ການ ​ ຕົ້ນຕໍ​ເພື່ອ​ປ້ອງ​ກັນ​ສະກັດ​ກັ້ນ​ສະພາບ​ການ​ຊື້ - ຂາຍ​ຂົນ​ສົ່ງ​ຢາ​ເສບ​ຕິດຢູ່​ເຂດ​ຊາຍ​ແດນ.

ຂ່າວ/ບົດ​ອື່ນ