ຫວຽດນາມແລະຈີນເຫັນດີຕໍ່ບັນດາມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນທາງການທູດພັດທະນາຢ່າງປອດໄສ,ໝັ້ນຄົງ

ຫວຽດນາມແລະຈີນເຫັນດີຕໍ່ບັນດາມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນທາງການທູດພັດທະນາຢ່າງປອດໄສ,ໝັ້ນຄົງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​
​ເຈລະຈາ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີຈີນ ຈາງ​ກາວ​ລີ
(ພາບ: VGP)

(vovworld)-ຕອນ​ບ່າຍ​ວັນ​ທີ 16/7,​ ຢູ່​ສຳນັກງານ​ຫ້ອງ​ວ່າການ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີຈີນ ຈາງ​ກາວ​ລີ ແລະ ຄະນະ​ຜູ້​ແທນ​ຈີນ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ປະຕິບັດ​ບັນດາ​ມາດ​ຕະການ ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ​ພ້ອມ​ກັນ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ທຸກ​ຂົງ​ເຂດ​, ນຳການ​ຮ່ວມ​ມືດ​້ານ​ເສດຖະກິດ, ການ​ຄ້າ​ລະຫວ່າງ 2 ປະ​ເທດ​ພັດທະນາ​ຢ່າງ​ໝັ້ນຄົງ ​ແລະ ປອດ​ໄສ​; ຕັ້ງໜ້າ​ຄົ້ນ​ຄ້ວາ, ​ແລກປ່ຽນ​ກ່ຽວ​ກັບ​ການ​ກໍ່ສ້າງ​ບັນດາ​ເຂດ​ຮ່ວມ​ມື​ເສດຖະກິດ​ຜ່ານ​ຊາຍ​ແດນ​ຫວຽດນາມ-​ຈີນ; ສົມທົບ​ກັນ​ແກ້​ໄຂ​ບັນດາ​ຂໍ້​ຕິດ​ຂັດ​ໃນ​ບັນດາ​ໂຄງການ​ຮ່ວມ​ມື​ຢູ່​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດ
ນາມ ຫງວຽນ​ຊວນ​ຟຸ໋ກ ຕີ​ລາຄາ​ສູງ​ເລື່ອງ​ຈີນ ຢືນຢັນ​ວ່າ ຈະ​ສືບ​ຕໍ່​ນຳ​ເຂົ້າ​ບັນດາປະ​ເພດ​ສິນຄ້າ​ກະສິກຳ, ປ່າ​ໄມ້, ສິນ​ໃນ​ນ້ຳຂອງ​ຫວຽດນາມ ​ແລະ ໜູນ​ຊ່ວຍ​ຫວຽດນາມ ​ໃນ​ບາງ​ໂຄງການ​ກ່ຽວ​ກັບ​ພື້ນຖານ​ໂຄງ​ລ່າງ, ພັດທະນາ​ສາທາລະນະ​ສຸກ-ການ​ສຶກສາ​ຢູ່​ບັນດາ​ແຂວງ​ຊາຍ​ແດນ…

          ກ່ຽວ​ກັບ​ເລື່ອງ​ທະ​ເລ​ຕາ​ເວັນ​ອອກ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ປະຕິບັດ​ບັນດາ​ຄວາມຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນ​ສູງ 2 ພັກ, 2 ລັດ ກ່ຽວ​ກັບ​ເລື່ອງ​ຄວບ​ຄຸມ​ຄວາມ​ບໍ່ລົງ​ລອຍ​ກັນ​ບົນ​ທະ​ເລ​ເປັນ​ຢ່າງ​ດີ, ບໍ່​ມີ​ການ​ກະທຳ​​ໃດໆເຮັດ​ໃຫ້​ສະພາບບົນ​ທະ​ເລ​ສັບສົນ ​ແລະ ​ການຂັດ​ແຍ້​ງກັນ​ເພີ່ມ​ຂຶ້ນ, ພ້ອມ​ກັນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ປະຕິບັດ    “ຂໍ້​ຕົກລົງກ່ຽວ​ກັບ​ບັນດາ​ຫຼັກການ​ພື້ນຖານ​ຊີ້​ນຳ​ແກ້​ໄຂ​ບັນດາ​ບັນຫາ​ບົນ​ທະ​ເລ​ ຫວຽ​ດນາມ-​ຈີນ” ​ແລະ ປະຕິບັດ “ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລຕາ​ເວັນ​ອອກ” (DOC) ຢ່າງ​ເຂັ້ມ​ງວດ ​ແລະ ຄົບ​ຖ້ວນ, ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ປະຕິບັດ​ສຳ​ເລັດ​ການ​ສ້າງ “ປະມວນ​ຂໍ້​ກຳນົດກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ” (COC) ​ໂດຍ​ໄວ; ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນ​ໂດຍ​ສັນຕິ​ວິທີ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ພ້ອມ​ກັນ​ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງສັນຕິພາບ, ສະຖຽນລະ​ພາບ​ບົນ​ທະ​ເລ; ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຄູ່ຮ່ວມ​ມື, ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ-​ຈີນ​ ໃຫ້​ພັດທະນາ​ຢ່າງ​ປອດ​ໄສ ​ແລະ ໝັ້ນຄົງ.

          ພາຍຫຼັງ​ການ​ເຈລະຈາ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸ໋ກ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີຈີນ ຈາງ​ກາວ​ລີ ​ໄດ້​ເປັນ​ສັກຂີ​ພິຍານ​ພິທີລົງ​ນາມ​ໃນ “​ແຜນການ​ປະຕິບັດ​ສັນຍາ​ວັດທະນາ​ທຳ​ລະຫວ່າງ​ລັດຖະບານ​ແຫ່ງ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ ​ແລະ ລັດຖະບານ​ແຫ່ງ​ສາທາລະນະ​ລັດ​ປະຊາຊົນ​ຈີນ ​ໄລຍະ 2016-2018”​.

ຂ່າວ/ບົດ​ອື່ນ