ຫວຽດນາມແລະຍີ່ປຸ່ນລົງນາມໃນຂໍ້ຕົກລົງຮ່ວມມືໃນຂົງເຂດສາທາລະນະສຸກ

ຫວຽດນາມແລະຍີ່ປຸ່ນລົງນາມໃນຂໍ້ຕົກລົງຮ່ວມມືໃນຂົງເຂດສາທາລະນະສຸກ - ảnh 1
ຫວຽດນາມ​ແລະ​ຍີ່ປຸ່ນ​ລົງ​ນາມ​​ໃນ​ຂໍ້​ຕົກລົງຮ່ວມ​ມື​
ໃນ​ຂົງ​ເຂດ​ສາ​ທາລະນະ​ສຸກ
(ພາບ: vovgiaothong.vn)


​​(vovworld) - ພິທີ​ລົງ​ນາມການຮ່ວມ​ມື​ໃນ​ຂົງ​ເຂດ​ສາ​ທາລະນະ​ສຸກລະຫວ່າງ​ບໍລິສັດ​ຫຸ້ນ​ສ່ວນ​ສາກົນ​ຫວຽດນາມ - ຍີ່ປ​ຸ່ນ (JVI) ຂອງ​ຝ່າຍ​ຫວຽດນາມ ກັບ​ໂຮງໝໍ​ສາກົນ Kobe ຂອງ​ຍີ່ປຸ່ນ, ຖືກ​ດຳ​ເນີນ​ໄປ​ໃນ​ວັນ​ທີ 24/07, ຢູ່​ຮ່າ​ໂນ້ຍ. ຕາມ​ເນື້ອ​ໃນ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ແລ້ວ, JVI ຈະ​ຊ່ວຍ​ຊາວ​ຫວຽດນາມ ສຳ​ພັດ​ກັບ​ພື້ນຖານ​ສາທາລະນະ​ສຸກຂອງ​ຍີ່ປຸ່ນ. JVI ກໍ​ຈະ​ສົມທົບ​ກັບ​ບັນດາ​ທ່ານ​ໝໍ​ຂອງ​ຍີ່ປຸ່ນ ​ເພື່ອ​​ສ້າງ​ບັນດາ​ລາຍການ​ຮ່ວມ​ມືດ້ານ​ສາທາລະນະ​ສຸກ ຜ່ານ​ກອງ​ປະຊຸມ​ສຳ​ມະ​ນາວິຊາ​ສະ​ເພາະ, ງານ​ວາງ​ສະ​ແດງ​ດ້ານ​ສາທາລະນະ​ສຸກ​ຢູ່​ຫວຽດນາມ ​ເພື່ອ​ເຜີ​ຍ​ແຜ່​ຄວາມ​ຮູ້, ​ໂຄສະນາ​ຂໍ້​ມູນຂ່າວ​ດ້ານສາທາລະນະ​ສຸກ​ທັນ​ສະ​ໄໝ​ຂອງ​ຍີ່ປ​ຸ່ນ ກໍ​ຄື​ວິທີ​ໄປ​​ເຖິງຍີ່ປຸ່ນ ​ເພື່ອ​ກວດ, ປິ່ນປົວ​ພະຍາດ. ສິ່ງ​ນີ້​ໄດ້​ເປີດ​ກາລະ​ໂອກາດ​ພັດທະນາ, ຮ່ວມ​ມື​ໃໝ່ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ລະຫວ່າງ 2 ພື້ນຖານ​ສາທາ​ລະຍະ​ສຸກ​ຂອງ 2 ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ສະພາບ​ທີ່​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ ພວມ​ພັດທະນາ​ຢ່າງ​ດີງາມ, ​​ເລິກ​ເຊິ່ງ, ກວ້າງຂວາງ ​ແລະ ຮອບ​ດ້ານ.

ຂ່າວ/ບົດ​ອື່ນ