ຫວຽດນາມແລະບຸນກາຣີລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສອງອົງການໄອຍະການ

ຫວຽດນາມແລະບຸນກາຣີລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສອງອົງການໄອຍະການ - ảnh 1
ພາບ​ປະ​ກອບ

(vovworld) - ​​ໃນ​ການ​ຢ້ຽມຢາມ ບຸນ​ກາຣີ ​ແຕ່​ວັນ​ທີ 23 – 26/4, ຄະນະ​ພະນັກງານ​ຂັ້ນ​ສູງ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ຫວຽດນາມ ​ໂດຍ​ທ່ານ​ຫົວໜ້າ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ຫງວຽນ​ຮ່ວາ​ບິ່ງ, ກຳມະການ​ສູນ​ກາງ​ພັກ​ນຳ​ໜ້າ​, ໄດ້​ມີ​ການ​ເຈລະຈາ​ກັບ​ການ​ນຳ​ອົງການ​ໄອ​ຍະ​ການ​ສູງ​ສຸດ, ຄະນະ​ກຳມະການ​ນິຕິ​ທຳ​ສູງ​ສຸດ​ບຸນ​ກາຣີ, ພົບ​ປະ​ເຈລະຈາ​ກັບ​ທ່ານ​ຮອງ​ປະທານາທິບໍດີ​ບຸນ​ກາຣີ, ​ໄປ​ຢ້ຽມຢາມ​ອົງການ​ໄອ​ຍະ​ການ​ແຂວງ Plovdiv. ທີ່​ການ​ເຈລະຈາ​ຕ່າງໆ, ທ່ານ​ຫົວໜ້າ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ຫງວຽນ​ຮ່ວາ​ບິ່ງ ​ແລະ ທ່ານຫົວໜ້າອົງການ​ໄອ​ຍະ​ການ​ສູງ​ສຸດ, ຄະນະ​ກຳມະການ​ນິຕິ​ທຳ​ສູງ​ສຸດ​ບຸນ​ກາຣີ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ສອງ​ອົງການ​ໄອ​ຍະ​ການ. ທ່ານ​ຫົວໜ້າ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ຫງວຽນ​ຮ່ວາ​ບິ່ງ ຢືນຢັນ​ວ່າ, ​ນີ້​ແມ່ນ​ພື້ນຖານ​ນິຕິ​ກຳເພື່ອ​ຍົກ​ສູງ​ການ​ພົວພັນ​ສົມທົບ​ກັນລະຫວ່າງ​ສອງ​ອົງການ​ໄອ​ຍະ​ການ​ສອງ​ປະ​ເທດ​ຂຶ້ນ​ບາດກ້າວ​ໜຶ່ງ. ຕາມ​ເນື້ອ​ໃນ​ຂອງ​ຂໍ້​ຕົກລົງ​ຮ່ວມ​ມື​ນີ້, ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ​ກັນ​ໃນບັນດາ​ເວທີ​ປາ​ໄສ​ສາກົນ, ​ແລກປ່ຽນ​ຂໍ້​ມູນ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ອາດ​ສະ​ຍາ​ກຳ, ​ແລ​ກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ຊ່ວຍ​ເຫຼືອ​ກັນ​ໃນວຽກ​ງານ​ບຳລຸງ​ສ້າງ, ຄົ້ນ​ຄ້ວາ​ດ້ານ​ກົດໝາຍ…

ຂ່າວ/ບົດ​ອື່ນ