ຫວຽດນາມແລະຝຼັ່ງຊຸກຍູ້ດ້ານການສຶກສາ

ຫວຽດນາມແລະຝຼັ່ງຊຸກຍູ້ດ້ານການສຶກສາ - ảnh 1
ທ່ານ​ ຟ້າ​ມຫວູລ້ວນ ກັບ​ ທ່ານ​ນາງ Najat Valluad Belkacem
(ພາບປະກອບ)

(vovworld) – ​​​ ​ໃນລະຫວ່າງ​ວັນ​ທີ 4 – 9/6, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຟ້າ​ມຫວູລ້ວນ ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ​ສ.ຝຼັ່ງ ​ແນ​ໃສ່​ຊຸກຍູ້ການຮ່ວມ​ມື 2 ຝ່າຍ​ໃນ​ຂົງ​ເຂດ​ການ​ສຶກສາ, ບຳລຸງ​ສ້າງ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ໃຊ້​ພາສາ​ຝຼັ່ງ ກ່ຽວ​ກັບ​ການ​ພັດທະນາ​ເຕັກ​ນິດ​ດີ​ຈີ​ຕອນ​ໃນມະຫາວິທະຍາ​ໄລ​. ນີ້​ແມ່ນ​ກ​ອງປະຊຸມ​ທີ່ໄດ້​ຈັດ​ຕັ້ງ​ຕາມຂໍ້​ລິ​ເລີ​່ມຂອງຝຼັ່ງ ​ແລະ ອົງການ​ສາກົນ​ໃຊ້​ພາສາ​ຝຼັ່ງ (OIF) ດ້ວຍການໜູນ​ຊ່ວຍ​ຂອງ​ອົງການ​ມະຫາວິທະຍາ​ໄລ​​ໃຊ້ພາສາ​ຝຼັ່ງ (AUF). ທີ່​ກອງ​ປະຊຸມ, ບັນດາ​ລັດຖະມົນຕີ​ຂອງ 45 ປະ​ເທດ​ສະມາຊິກ OIF ​ເຂົ້າ​ຮ່ວມກອງປະຊຸມໄດ້ປຶກສາຫາລືກ່ຽວ​ກັບ​ສະພາບ​ຕົວ​ຈິງ ​ແລະ ​ແງ່​ຫວັງພັດທະນາ​ເຕັກນິດ​ດີ​ຈີ​ຕອນ​ໃນ​​ມະຫາ​ວະ​ທະຍາ​ໄລ​ໃຊ້​ພາສາ​ຝຼັ່ງ. ກອງ​ປະຊຸມ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຈະ​ເພີ່ມ​ທະວີ​ການ​ຊອກ​ຮູ້, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ນຳ​ໃຊ້​ບັນດາ​ແຫຼ່ງ​ເຕັກ​ນິດ​ດີ​ຈີ​ຕອນ​ລວມຂອງ​ບັນດາ​ຮາກ​ຖານ​ສຶກສາ​ມະຫາວິທະຍາ​ໄລ ​ໂດຍ​ຜ່ານ​ການ​​ເປີດ​ປະ​ຕູ​ຖາມ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກ​ໃຊ້​ພາສາ​ຝຼັ່ງ ລວມ.

          ວັນ​ທີ 8/6, ທ່ານ​ລັດຖະມົນຕີ ຟ້າ​ມຫວູລ້ວນ ​​ມີການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາງ Najat Valluad Belkacem, ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ແຫ່ງ​ຊາດ, ສຶກສາ​ມະຫາ​ວິທະຍາ​ໄລ ​ແລະ ຄົ້ນຄວ້າ​ຝຼັ່ງ. ລັດຖະມົນຕີ​ທັງ 2 ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ບາງ​ເນື້ອ​ໃນ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ ສຶກສາ ​ແລະ ບຳລຸງ​ສ້າງ, ພິ​ເສດ​ແມ່ນ​ການ​ແລກປ່ຽນ​ທຶນ​ສຶກສາລະ​ຫວ່າງ 2 ປະ​ເທດ, ​ແຕ່ງ​ຕັ້ງ​ຄູສອນ, ນັກ​ຄົ້ນຄວ້າ​ຂອງຫວຽດນາມ ​ໄປສຶກສາລະ​ດັບ​ປະລິນຍາ​ເອກ​ຢູ່​ຝຼັ່ງ, ສອນ​ພາສາ​ຫວຽດນາມ​ໃຫ້​ຄົນ​ຫວຽດນາມ ຢູ່ຝຼັ່ງ . ​ໃນ​ວັນ​ດຽວ​ກັນ, ທ່ານລັດຖະມົນຕີ ຟ້າ​ມຫວູລ້ວນ ​ໄດ້​ເປັນ​ປະທານ​ກ​ອງປະຊຸມສະພາ​ມະຫາວິທະຍາ​ໄລ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຮ່າ​ໂນ້ຍ ຄັ້ງ​ທີ 2.

ຂ່າວ/ບົດ​ອື່ນ