ຫວຽດນາມແລະລັດເຊຍພ້ອມກັນສະເຫຼີມສະຫຼອງບັນດາໄຊຊະນະປະຫວັດສາດ

ຫວຽດນາມແລະລັດເຊຍພ້ອມກັນສະເຫຼີມສະຫຼອງບັນດາໄຊຊະນະປະຫວັດສາດ - ảnh 1
ລາຍການສະແດງສິລະປະສະເຫຼີມສະຫຼອງ ໄດ້ຮັບການຈັດຕັ້ງໃນຕອນຄຳ່ວັນທີ 7/5

(vovworld) –  ຕອນ​ຄຳ່​ວັນ​ທີ 7/5, ຢູ່ ຮ່າ​ໂນ້ຍ, ສູນ​ວິທະຍາສາດ ​ແລະ ວັດ​ທະ​ນະ​ທຳ ລັດ​ເຊຍ ຢູ່ ຮ່າ​ໂນ້ຍ ​ແລະ ສະຫະພັນ​ບັນດາ​ອົງການ​ມິດ​ຕະພາບ ນະຄອນ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ໄຊຊະນະ ດ້ຽນບຽນ​ຝູ ​ແລະ 69 ປີ​ແຫ່ງ​ວັນ​ໄຊຊະນະ​ຂອງສົງຄາມ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ທີ່​ຍິ່ງ​ໃຫຍ່​ຂອງ​ປະຊາຊົນ ​ໂຊ​ວຽດ (9/5/1954 – 9/5/2014).

        ທີ່​ພິທີ, ທ່ານ​ນາງ​ຮອງປະທານ​ຜູ້​ປະຈຳການ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ນະຄອນ ຮ່າ​ໂນ້ຍ ຫວູທິ​ແທງ​ຫາຍ ກ່າວ​ຄຳ​ເຫັນ​ຊີ້​ແຈ້ງ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ຂອງ​ໄຊຊະນະ ດ້ຽນບຽນ​ຝູ ​ແລະ ຄວາມ​ໝາຍ​ຂອງ​ສົງຄາມ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ທີ່​ຍິ່ງ​ໃຫຍ່, ນຳ​ມາ​ເຊິ່ງຊີວິດ​ສັນຕິພາບ​ໃຫ້​ແກ່​ຫຼາຍປະ​ເທດ​, ສ້າງ​ການ​ຫັນປ່ຽນ​ທີ່​ມີ​ລັກສະນະ​ເປັນບາດ​ລ້ຽວຂອງ​​ໂລກ.

        ​ໃນ​ຂະນະ​ນັ້ນ, ວັນ​ທີ 6/5, ສະຖານ​ທູດ ຫວຽດນາມ ປະຈຳ ​ເຢຍລະ​ມັນ ​ໄດ້​ສາຍ​ຟິມ ກ່ຽວ​ກັບ​ໄຊຊະນະ ດ້ຽນບຽນ​ຝູ ​ແລະ ພົນ​ເອກ ຫວໍ​ງວຽນ​ຢາ​ບ. ກ່າ​ວຄຳ​ເຫັນ​ເນື່ອງ​​ໃນ​ເຫດການ​ນີ້, ທ່ານ​ນາງເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ​ເຢຍລະ​ມັນ ຫງວຽນ​ທິຮ່ວາງ​ແອ​ງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ​ແມ່ນ​ປະ​ເທດ​ຮັກຫ​ອມສັນຕິພາບ, ຍາມ​ໃດ​ກໍ່​ສະ​ແດງ​ເຈດ​ຕະນາ​ດີ, ​ເດັດ​ດຽວ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ດ້ວຍ​ມາດ​ຕະການ​ສັນຕິພາບ ​ເໝາະ​ສົມ​ກັບ​ກົດ​ບັດ ສປຊ ​ແຕ່​​ເມື່ອໃດ​ເອກະລາດ, ອະທິປະ​ໄຕ ​ແລະ ຜືນແຜ່ນດິນ​ອັນ​ຄົບ​ຖ້ວນຂອງ​ຊາດ​ຖືກ​ລະ​ເມີດ, ປະຊາຊົນ, ປະ​ເທດ​ຊາດ ​ຫວຽດນາມ ຈະ​ເດັດ​ດຽວ​ປ້ອງ​ກັນບັນດາ​ສິດ ​ແລະ ຜົນ​ປະ​ໂຫຍ​ດ​ອັນເປັນ​ທຳ​ຂອງ​ປະ​ເທດ​ຊາດ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່ ກູ​ບາ, ໜັງສື​ພິມ “Granma”, ​ສຽງ​​ຂອງ ພັກ​ກອມ​ມູນິດ ກູ​ບາ, ​ໄດ້​ໃຫ້​ຂ່າວ, ບົດ​ຊີ້​ແຈ້ງ ​ໄຊຊະນະ ດ້ຽນບຽນ​ຝູ ​ໃນ​ວັນ​ທີ 7/5/1954 ​​ສະ​ແດງ​ໃຫ້​ເຫັນ​ວ່າ: ກຳລັງ​ແຮງ​ຂອງ​ກຸ່​ມກ້ອນສາມັກຄີ​ຊົນ​ຊາດ​ແມ່ນ​ປັດ​ໄຈ​ສຳຄັນ​ໃນ​ການ​ຕິ​ເອົາ​ໄຊຊະນະ​ສັດຕູ​ທີ່​ແຂງ​ແຮງກ່ວາ​ກ່ຽວ​ກັບ​ກຳລັງ​ການ​ທະຫານ.


ຂ່າວ/ບົດ​ອື່ນ