ຫວຽດນາມແລະລາຊະອານາຈັກອັງກິດຊຸກຍູ້ການຮ່ວມມື,ຄົ້ນຄ້ວາພະຍາດຕິດແປດ

ຫວຽດນາມແລະລາຊະອານາຈັກອັງກິດຊຸກຍູ້ການຮ່ວມມື,ຄົ້ນຄ້ວາພະຍາດຕິດແປດ - ảnh 1
ພາບ​ປະ​ກອບ:internet

(vovworld)-​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ ແລະ​ເຕັກ​ໂນ​ໂລ​ຊີ​ລະ​ຫວ່າງ​ຫວຽດ​ນາມ ແລະ ​ລາ​ຊະ​ອາ​ນາ​ຈັກອັງ​ກິດ, ວັນ​ທີ 14/4, ຢູ່ ຮ່າ​ໂນ້ຍ, ກະ​ຊວງວິ​ທະ​ຍາ​ສາດ ແລະ​ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ “ການ​ຮ່ວມ​ມື ຫວຽດ​ນາມ - ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ກ່ຽວ​ກັບ​ການ​ຄົ້ນ​ຄ້​ວາ​ບັນ​ດາ​ພະ​ຍາດ​ຕິດ​ແປດ” ເພື່​ອ​ສ້າງ​ກາ​ລະ​ໂອ​ກາດ​ໃຫ້​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ນັກ​ຄົ້ນ​ຄ້​ວາ​ຂອງ​ສອງ​ປະ​ເທດ​ປຶກ​ສາ​ຫລື, ແລກ​ປ່ຽນ​ເນື້ອ​ໃນ​ການ​ຮ່ວມ​ມື​ໃນ​ຂອບ​ເຂດ​ໂຄງ​ການ​ຄົ້ນ​ຄ້​ວາ​ລວມ​ໃນ​ຂົງ​ເຂດ​ພະ​ຍາດ​ຕິດ​ແປດ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ເລ​ແທງ​ບີງ, ຮອງ​ຫົວ​ຫນ້າ​ກົມ​ຮ່ວມມ​ື​ສາ​ກົນ, ສັງ​ກັດ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ເນັ້ນ​ຫນັກ​ວ່າ: ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ນັບ​ແຕ່​ປີ 2010 ແລະ ຫນຶ່ງ​ໃນ​ບ​ັນ​ດາ​ເນື້ອ​ໃນ​ຜັນ​ຂະ​ຫຍາຍ ນັ້ນ​ແມ່ນ ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ Andrew Holt, ເລ​ຂາ​ທ​ີ​ຫນຶ່ງ ສະ​ຖານ​ທູດ​ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ປະ​ຈຳ ຮ່າ​ໂນ້ຍ ຢືນ​ຢັນ​ວ່າ: ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ມີ​ຄວາມ​ສາ​ມາດ​ໃຫຍ່​ຫລວງ, ບົດ​ຮຽນ​ໃນ​ຂົງ​ເຂດ​ພະ​ຍາດ​ຕິດ​ແປດ, ສະ​ນັ້ນ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ພ້ອມ​ແລ້ວ ແບ່ງ​ປັນ​ບັນ​ດາ​ບົດ​ຮຽນ​ກັບ​ບັນ​ດາ​ຜູ້​ຊ່ຽວ​ຊານ, ນັກ​ຄົ້ນ​ຄ້​ວາ​ຂອງ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ