ຫວຽດນາມແລະລາວເພີ່ມທະວີການຮ່ວມມືປ້ອງກັນປະເທດ

ຫວຽດນາມແລະລາວເພີ່ມທະວີການຮ່ວມມືປ້ອງກັນປະເທດ - ảnh 1
ທ່ານ ​ແສງ​ນວນ ​ໄຊ​ຍະ​ລາດ ແລະ ທ່ານ​ພົນ​ເອກ ຟູ່ງກວາງ​ແທງ
(ພາບ: Trọng Đức - TTXVN)

(vovworld) – ​ທີ່​ການ​ຕ້ອນຮັບ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ລາວ ​ແສງ​ນວນ ​ໄຊ​ຍະ​ລາດ ພວມ​ຢູ່ ຢ້ຽມຢາມ ຫວຽດນາມ ​​ແຕ່​ວັນ​ທີ 15 – 20/9, ​ໃນ​ຕອນ​ບ່າຍ​ວັນ​ທີ 16/9, ທ່ານປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ໃຫ້​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ ລາວ ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ໃນ​ການ​ເຮັດ​ວຽກ​ລະ​ຫວ່າງ 2 ກະຊວງ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ. ຄຽງ​ຄ້າງ​ນັ້ນ, 2 ຝ່າຍ​ຄວນ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ບັນດາ​ວາລະ​ປະຊຸມ​ຄະນະກຳມາ​ທິການ​ລະຫວ່າງ​ລັດຖະບານ ​ແລະ ພົວພັນ​ແລກປ່ຽນ​ຮ່ວມ​ມື​ລະຫວ່າງ​ທ້ອງ​ຖີ່​ນຕ່າງໆ. 2 ປະ​ເທດ ພ້ອມ​ກັນ​ໜູນ​ຊ່ວຍ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ເພື່ອ​ການ​ພັດທະນາ​ວັດທະນາ​ຖາວອນ​ຂອງ​ແຕ່ລະ​ປະ​ເທດ ​ແລະ ພາກ​ພື້ນ.

ກ່ອນ​ໜ້າ​ນັ້ນ, ທີ່​ການ​ເຈລະຈາ​ພາຍຫຼັງ​ພິທີ​ຕ້ອນຮັບ​ທາງ​ການ​ໃນ​ຕອນ​ເຊົ້າ​ວັນ​ທີ 16/9, ທີ່​ສຳນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດ, ທ່ານ​ພົນ​ເອກ ຟູ່ງກວາງ​ແທງ ​ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມຢາມ ຫວຽດນາມ ຂອງ​ຄະນະ​ຜູ້​​ແທນ​ການ​ທະຫານ​ຂັ້ນ​ສູງ ລາວ ຈະ​​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ 2 ຝ່າຍ, ປະກອບສ່ວນ​ປັບປຸງ, ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ກອງທັບ, ປະຊາຊົນ 2 ປະ​ເທດ ຫວຽດນາມ - ລາວ. ລັດຖະມົນຕີ​ທັງ 2 ທ່ານ​ກໍ່​​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ໂລກ, ພາກ​ພື້ນ ​ແລະ ຢູ່​ແຕ່ລະ​ປະ​ເທດ, ຕີ​ລາຄາ​ໝາກຜົນ​ໃນ​ການ​ພົວພັນ​ປ້ອງ​ກັນປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ​ແລະ ກຳນົດທິດ​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະ​ເໜີ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ຊຸກຍູ້, ຍົກ​ສູງ​ປະສິດທິ​ຜົນ​ໃນ​ການ​ພົວພັນ​ຮ່ວມ​ມື​ປ້ອງ​ກັນຊາ​ດ 2 ຝ່າຍ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ