ຫວຽດນາມແລະສິງກາໂປເພີ່ມທະວີການຮ່ວມມືປ້ອງກັນຄວາມສະຫງົບ

ຫວຽດນາມແລະສິງກາໂປເພີ່ມທະວີການຮ່ວມມືປ້ອງກັນຄວາມສະຫງົບ - ảnh 1
ພົ​ນ​ເອກ ເຈີ່ນ​ດ້າຍ​ກວາງ ​ໃຫ້​ການ​ຕ້ອນ​ຮັບ​ທ​່ານ Tan Tee How, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ພາຍ​ໃນ ສິງ​ກາໂປ
(ພາບ: cand.com.vn)

(vovworld) – ຕອນ​ບ່າຍ​ວັນ​ທີ 16/11, ຢູ່ ຮ່າ​ໂນ້ຍ, ພົ​ນ​ເອກ ເຈີ່ນ​ດ້າຍ​ກວາງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼ​ວ​ດ ຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ​່ານ Tan Tee How, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ພາຍ​ໃນ ສິງ​ກາ​ໂປ ທີ່​ພວ​ມ​ຢູ່​ຢ້ຽມ​ຢ​າມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທ່ານ​ລັດ​ຖະ​ມົນ​ຕີ​ ເຈີ່ນ​ດ້າຍກວາງ ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ຂອງ​ທ່ານ Tan Tee How ​ໃນ​ການ​ຊຸກ​ຍູ້​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ກະ​ຊວງ​ໃນ​ຊຸມ​ປີ​ຜ່ານ​ມາ. ດ້ວຍ​ບັນ​ດາ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ຂອງທ່ານ Tan Tee How ສຳ​ລັບ​ການ​​ຮ່ວມ​ມືພັດ​ທະ​ນາ​ລະ​ຫວ່າງ​ກະ​ຊວງ​ຕຳຫຼວ​ດ ຫວຽດ​ນາມ - ກະ​ຊວງ​ພາຍ​ໃນ​ສິງ​ກາ​ໂປ, ກະ​ຊວງ​ຕຳຫຼວ​ດ ຫວຽດ​ນາມ ຕົ​ກ​ລົງ​ມອບຫຼຽນ​ກາ​ທີ່​ລະ​ນຶກ​ປົກ​​ປັກ​ຮັກ​ສາຄວາ​ມ​ສະ​ຫງົບ​ໃຫ້​ແກ່​ທ່ານ Tan Tee How. ສ່ວນ​ທ່ານ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ພາຍ​ໃນ ສິງ​ກາ​ໂປ Tan Tee How ຢັ້ງ​ຢືນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ປະ​ກອບ​ສ່ວນ​ຊຸກ​ຍູ້​ສາຍ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ກະ​ຊວງ ຕຳຫຼວ​ດ ຫວຽດ​ນາມ - ກະ​ຊວງ​ພາຍ​ໃນ​ສິງ​ກາ​ໂປ ​ໃຫ້ສືບ​ຕໍ່​ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສ​ູງ​ໃໝ່, ມີ​ປະ​ສິດ​ທິ​ຜົນ​ຢ່າງ​ແທດ​ຈິງ.


ຂ່າວ/ບົດ​ອື່ນ