ຫວຽດນາມແລະສ.ເກົາຫຼີຍູ້ແຮງການຮ່ວມມືໃນຂົງເຂດປຸງແຕ່ງອາຫານ

ຫວຽດນາມແລະສ.ເກົາຫຼີຍູ້ແຮງການຮ່ວມມືໃນຂົງເຂດປຸງແຕ່ງອາຫານ - ảnh 1
ພິທີ​ລົງນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ (MOU)
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) – ​ ​ “ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ໃນ​ຂົງ​ເຂດ​ຜະລິດປຸງ​ແຕ່ງອາຫານ ​ແລະ ​ເຄື່ອງ​ດື່ມ​ຢູ່ ຫວຽດນາມ” ​ແມ່ນ​ຫົວ​ຂໍ້​ຂອງ​ກອງປະຊຸມ​ສຳ​ມະ​ກາ ​ໂດຍ​ກະຊວງ​ແຜນການ ​ແລະ ການ​ລົງທຶນ, ກະຊວງ​ອຸດສາຫະກຳ​ ​ແລະ ການ​ຄ້າ ຫວຽດນາມ ສົມທົບ​ກັບ​ສູນ ອາ​ຊຽນ - ສ.​ເກົາຫຼີ (AKC) ຈັດ​ຕັ້ງ​ຢູ່​ນະຄອນຫລວງ Seoul, ສ.​ເກົາຫຼີ ​ໃນ​ວັນ​ທີ 01/06. ກອງ​ປະຊຸມ​ສຳ​ມະ​ນາ ​​ເພື່ອ​ແນ​ໃສ່​ຊ່ວຍ​ວິ​ສາ​ຫະກິດ 2 ປະ​ເທດ​ຊອກ​ຫາ​ບັນດາ​ກາລະ​ໂອກາດ​ຮ່ວມ​ມື​ໃນ​ຂົງ​ເຂດ​ສະບຽງ​ອາຫານ ​ແລະ ​ເຄື່ອງ​ດື່ມ​ໃນ​ໄລຍະ​ຈະ​ມາ​ເຖິງ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ການ​ນຳ 2 ​ແຂວງ ຫວີງ​ລອງ ​ແລະ ອານ​ຢາງ ຂອງ ຫວຽດນາມ ​ແນະນຳ​ກ່ຽວ​ກັບ​ສະພາບ​ແວດ​ລ້ອມ, ນະ​ໂຍບາຍ​ບຸລິມະສິດ​ແຫ່ງ​ການ​ລົງທຶນ ​ແລະ ທ່າ​ແຮງ​ພັດທະນາ​ຂະ​ແໜງ​ອຸດສາຫະກຳ​ສະບຽງ​ອາຫານຢູ່ ຫວຽດນາມ ກໍ່​ຄື​ຮຽກຮ້ອງ​ການ​ລົງທຶນ​ເຂົ້າ​ບັນດາ​ໂຄງການ​ລະອຽດ​ຂອງ​ທ້ອງ​ຖິ່ນ​ຕົນ​. ​ທ່ານ ຕ້າ​ຮ່ວາງ​ລີງ ຮອງ​ຫົວໜ້າ​ກົມ​ສົ່ງ​ເສີມ​ການ​ຄ້າ​ ກະຊວງ​ອຸດສາຫະກ​ຳ ​ແລະ ການ​ຄ້າ ​ໃຫ້​ຮູ້​ວ່າ: ບັນດາ​ວິ​ສາ​ຫະກິດ ສ.​ເກົາຫຼີ ສາມາດ​ໜູນ​ໃຊ້​​ແຫຼ່ງວັດຖຸ​ດິບ​ຢ່າງ​ອຸດົມສົມ​ບູນ​ຢູ່ ຫວຽດນາມ, ສົມທົບ​ກັບ​ເຕັກ​ໂນ​ໂລ​ຢີຂອງ​ຕົນ ​ເພື່ອ​ລົງທຶນ​ໃນ​ການ​ຜະລິດປຸງ​ແຕ່ງອາຫານ, ສະໜອງ​ໃຫ້​ຕະຫລາດ ຫວຽດ​ນາມ ​ແລະ ບັນດາ​ຕະຫລາ​ດ​ ​ເຊິ່ງ ຫວຽດນາມ ​ໄດ້​ລົງ​ນາ​ມ​ໃນ FTA.

        ​ໃນ​ຂອບເຂດ​ກອງ​ປະຊຸມ​ສຳ​ມະ​ນາ, ກົມ​ສົ່ງ​ເສີມ​ການ​ຄ້າ​ຂຶ້ນ​ກັບ​ກະຊວງ​ອຸດສາຫະກ​ຳ ​ແລະ ການ​ຄ້າ ຫວຽດນາມ ​ແລະ ກົມ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ພາຍ​ຫລັງ FTA ຂຶ້ນ​ກັບ​ກະຊວງ​ການ​ຄ້າ, ອຸດສາຫະກຳ ​ແລະ ພະລັງງານ ສ.​ເກົາຫຼີ ​ໄດ້​ລົງນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ (MOU) ກ່ຽວ​ກັບ​ການ​ຮ່ວມ​ມື​ສົ່ງ​ເສີມດ້ານ​ການ​ຄ້າ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ​ປະຕິບັດ FTA ຫວຽດນາມ - ສ.​ເກົາຫຼີ.

ຂ່າວ/ບົດ​ອື່ນ