ຫວຽດນາມແລະສ.ເກົາຫຼີເພີມທະວີການແລກປ່ຽນດ້ານວັດທະນະທຳອາຫານການກິນ

ຫວຽດນາມແລະສ.ເກົາຫຼີເພີມທະວີການແລກປ່ຽນດ້ານວັດທະນະທຳອາຫານການກິນ - ảnh 1
(ພາບອີນເຕີແນດ)

(vovworld) – ຫວ່າ​ງ​ແລ້ວ​ນີ້, ຢູ່​ນະຄອນ Sejong, ນະຄອນຫຼວງ​ບໍລິຫານ​ໃໝ່​ຂອງ​ສ.​ເກົາຫຼີ ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ກອງ​ທຶນອາຫານ​ການກິນສ.​ເກົາຫຼີ ​ແລະ ວິ​ທະ​ຍຸ​ກະຈາຍສຽງ ​ໂທລະພາບ​ຮ່າ​ໂນ້ຍ ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການທ່ອງ​ທ່ຽງອາຫານ​ການກິນສ.​ເກົາຫຼີ ​ແລະ ​ເພີ​່ມທະວີ​ການແລກປ່ຽນ​ດ້ານ​ວັດທະນະທຳ​ອາຫານ​ການກິນລະຫວ່າງ 2 ປະ​ເທດ. ຕາມ​ເນື້ອ​​ໃນ​ຂອງ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ແລ້ວ, 2 ອົງການ​ນີ້​ຈະ​ເພີ​່ມທະວີ​ການ​ຮ່ວມ​ມື​ໃນ​ການ​ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​​​ດ້ານ​ວັດທະນະທຳ​ອາຫານ​ການກິນລະຫວ່າງ 2 ປະ​ເທດ​ຜ່ານ​ເລື່ອງ​ເພີ່ມ​ທະວີ​​ບັນດາ​ລາຍການອາຫານ​ອາຫານ​ການກິນອອກ​ອາກາດ​ໃນ​ຊ້ອງ​ໂທລະພາບ​ຮ່າ​ໂນ້ຍ… ຕາມ​ແຜນການ, ​ແຕ່​ນີ້​ຮອດ​ທ້າຍເດືອນ 09, 2 ຝ່າ​ຍຈະ​ດຳ​ເນີນການຖ່າຍທຳ​ບັນດາ​ລາຍການ​ໂທລະພາບ​ພິ​ເສດ​ກ່ຽວ​ກັບອາຫານ​ການກິນຂອງ​ສ.​ເກົາຫຼີ ຢູ່ 3 ປະ​ເທດ​ແມ່ນ: ສ.​ເກົາຫຼີ, ຫວຽດນາມ, ກຳປູ​ເຈຍ ​ແລະ ຈະ​​ເລີ່​ມອອກ​ອາກາດທາງ​ໂທລະພາບ​ຮ່າ​ໂນ້ຍ​ໃນ​ເດືອ​ນ 10 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ