ຫວຽດນາມແລະສ.ໂອຕາລິດເພີ່ມທະວີການຮ່ວມມື 2 ຝ່າຍ

(VOVWORLD) -ຕອນບ່າຍວັນທີ 15 ຕຸລາ, ໃນຂອບເຂດການຢ້ຽມຢາມສ.ໂອຕາລິດ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດໂອຕາລິດ Wolfgang Sobotka.

ຫວຽດນາມແລະສ.ໂອຕາລິດເພີ່ມທະວີການຮ່ວມມື 2 ຝ່າຍ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

ພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດໂອຕາລິດ Wolfgang Sobotka 

(ພາບ: TTXVN)

 ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ, 2 ຝ່າຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມື, ນັບທັງດ້ານການຄ້າ ແລະ ການລົງທຶນ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ຫວຽດນາມ ນັບມື້ນັບສ້າງສະພາບແວດລ້ອມແຫ່ງການລົງທຶນໃຫ້ສົມບູນແບບ ແລະ ພວມດຳເນີນການສ້າງໂຄງປະກອບຄືນໃໝ່ຢ່າງເລິກເຊິ່ງ, ກວ້າງຂວາງ, ນີ້ແມ່ນກາລະໂອກາດເພື່ອໃຫ້ໂອຕາລິດ ເຂົ້າຮ່ວມການເຊື່ອມຕໍ່ການຮ່ວມມືດຳເນີນທຸລະກິດ, ການລົງທຶນຢູ່ຫວຽດນາມ. ສ່ວນທ່ານປະທານສະພາແຫ່ງຊາດໂອຕາລິດ ຖືວ່າ, ບັນດາວິສາຫະກິດໂອຕາລິດ, ໂດຍສະເພາະແມ່ນບັນດາວິສາຫະກິດຂຶ້ນກັບຂົງເຂດອຸດສາຫະກຳຜະລິດ, ເອເລັກໂຕນິກ, ພະລັງງານຜະລິດຄືນໃໝ່… ມີຄວາມສົນໃຈທີ່ສຸດເຖິງຕະຫຼາດໃຫຍ່ ແລະ ຫາກໍ່ພົ້ນເດັ່ນຄືຫວຽດນາມ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ສະພາແຫ່ງຊາດໂອຕາລິດ, ກຸ່ມສະມາຊິກລັດຖະສະພາ 2 ຝ່າຍໂອຕາລິດ - ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ສະໜັບສະໜູນຫວຽດນາມ ເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບອີຢູ, ຊຸກຍູ້ໃຫ້ອີຢູ ລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ໂດຍໄວ. ທ່ານປະທານສະພາແຫ່ງຊາດໂອຕາລິດ ຢືນຢັນວ່າ, ສະພາແຫ່ງຊາດໂອຕາລິດ ຈະສົມທົບກັບລັດຖະບານໂອຕາລິດ ເພື່ອຊຸກຍູ້ສັນຍາສຳຄັນນີ້.

        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານປະທານາທິບໍດິໂອຕາລິດ Alexander Van der Bellen. ນະທີ່ນີ້, ການນຳ 2 ທ່ານໄດ້ເຫັນດີນຳກັນວ່າ 2 ຝ່າຍຄວນມີຫຼາຍມາດຕະການຕັ້ງໜ້າ ແລະ ມີປະສິດທິຜົນເພື່ອເພີ່ມທະວີການຮ່ວມມື 2 ຝ່າຍ. ກໍ່ທີ່ການພົບປະນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບທ່ານປະທານສະພາແຫ່ງຊາດ Wolfgang Sobotka ແລະ ທ່ານປະທານາທິບໍດີ Alexander Van der Bellen ລ້ວນແຕ່ສະແດງທັດສະນະກ່ຽວຂ້ອງເຖິງເລື່ອງເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວນທະເລ 1982 (UNCLOS). ບັນດາການນຳໄດ້ແບ່ງປັນຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ; ຢືນຢັນຫຼັກການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ