ຫວຽດນາມແລະອີຕາລີຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ

ຫວຽດນາມແລະອີຕາລີຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ - ảnh 1

(vovworld) – ອົງ​ການ​ການ​ຄ້າ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອີ​ຕາ​ລີ ຫາ​ກໍ່​ສົມ​ທົບ​ກັບ​ສະ​ຫະ​ພັນ​ວົງ​ການ​ເຈົ້າ​ຂອງອຸດ​ສາ​ຫະ​ກຳ (Confindustria) ແລະ ຜູ້​ຕາງ​ໜ້າ​ບັນ​ດາ​ສະ​ຫະ​ສະ​ມາ​ຄົມ ອາ​ຊີບ ອີ​ຕາ​ລີ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ໂຕະ​ມົນ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ເນື້ອ​ໃນ​ລະ​ອຽດ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າ​ງ​ບັນ​ດາ​ວິ​ສາ​ຫະ​ກິດ​ທີ່​ຂຶ້ນ​ກັບຫຼາຍ​ຂະ​ແໜງ​ອາ​ຊີບ​ຢູ່​ນະ​ຄອນ Vigevano, ພາກ​ເໜືອ ອີ​ຕາ​ລີ. ​​ທີ່ປຶກ​ສາ​ດ້ານ​ການ​ຄ້າ ທ່ານ ບູ່ຍ​ເວືອງ​ແອງ ຢັ້ງ​ຢືນ​ວ່າ: ກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບາດ​ກ້​າວ​ຜັນ​ຂ​ະ​ຫຍາຍ​ລະ​ອຽດ, ສ້າງ​ເງື່ອນ​ໄຂ​ສະ​ດວກ​​ເພື່ອໃຫ້​​ວິ​ສາ​ຫະກິ​ດ 2 ຝ່າຍ​ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ, ພິ​ເສດ​ແມ່ນ​ໃນ​ສະ​ພາບ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ລະ​ຫວ່າງ 2 ປະ​ເທດ​ພວມ​ມີ​ບັນ​ດາ​ບາດ​ກ້າ​ວ​ພັດ​ທະ​ນາ​ຢ່າງ​ແຮງ. ບັນ​ດາ​ນັກ​ລົງ​ທຶນ​ໃຫຍ່, ບັນ​ດາ​ວິ​ສາ​ຫະ​ກິດ ອີ​ຕາ​ລີ ຕີ​ລາ​ຄາ ຫວຽດ​ນາມ ແມ່ນ​ຄ​ູ່​ຮ່ວມ​ມື, ແມ່ນ​ສະ​ຖານ​ທີ່​ທະ​ສາດ​ໃນ​ການ​ພັດ​ທະ​ນາ​ຕະຫຼາດ​​ຢູ່ພາກ​ພື້ນ ອາ​ຊີ - ປາຊີ​ຟິກ, ແມ່ນ​ຕະຫຼາດ​ມີ​ຄວາມ​ສາມ​າ​ດ​ບົ່ມ​ຊ້ອນ​ດ້ວຍ​ປະ​ຊາ​ກອນ​ໜຸ່ມ 90 ລ້ານ​ຄົນ, ຄວາມ​ຕ້ອງ​ການ​ບໍ​ລິ​ໂພກ​ພັດ​ທະ​ນາ ແລະ ພິ​ເສດ​ແມ່ນ​ນິ​ຍົມ​ບັນ​ດາ​ຜະ​ລິດ​ຕະ​ພ​ັນ “Made in Italy”.


ຂ່າວ/ບົດ​ອື່ນ