ຫວຽດນາມແລະອິນເດຍເພີ່ມທະວີການຮ່ວມມືດ້ານກະສິກຳ

ຫວຽດນາມແລະອິນເດຍເພີ່ມທະວີການຮ່ວມມືດ້ານກະສິກຳ - ảnh 1
ຫວຽດນາມແລະອິນເດຍເພີ່ມທະວີການຮ່ວມມືດ້ານກະສິກຳ
(ພາບ: TTXVN)

​​(vovworld) - ​ໃນ​ຂອບ​ເຂດການ​ຢ້ຽມຢາມ​ອິນ​ເດຍ, ວັນ​ທີ 30/9, ຄະນະ​ຜູ້​ແທນ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ, ​ໂດຍ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ ຫວູວັນ​ຕ໋າມ ນຳ​ໜ້າ, ມີ​ການ​ພົບ​ປະ, ​ເຮັດ​ວຽກ​ກັບ​ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ​ອິນ​ເດຍ Sanjeev Balyan. ສອງ​ຝ່າຍ​ເຫັນ​ດີ​ຊຸກຍູ້​ການ​ສ້າງ​ຕັ້ງ​ກຸ່ມ​ປະຕິບັດ​ງານ​ລວມ ​ເພື່ອ​ພິຈາລະນາ​ກາລະ​ໂອກາດ​ຮ່ວມ​ມື, ກວດກາ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ຮັບ​ການ​ລົງ​ນາມ ​ແລະ ຊອກ​ຫາ​ວິທີ​ແກ້​ໄຂ​ຄວາມ​ຕິດ​ຂັດ, ສິ່ງ​ກີດຂວາງ​ໃຫ້​ແກ່​ການ​ແລກປ່ຽນ​ຜະລິດ​ຕະພັນ​ກະ​ເສດ​ລະຫວ່າງ​ສອງ​ປະ​ເທດ. ທ່ານລັດຖະມົນຕີ​ Balyan ​ເນັ້ນ​ໜັກ​ວ່າ, ກະສິກຳ ​ແມ່ນ​ທ່າ​ແຮງ​ຂອງ​ອິນ​ເດຍ ​ແລະ ມີ​ຜະລິດ​ຕະພັນ​ກະ​ເສດ​ຫຼາຍ​ປະ​ເພດ​ຂອງ​ອິນ​ເດຍ ຖືກ​ສົ່ງ​ອອກ​ຫວຽດນາມ. ທ່ານລັດຖະມົນຕີ​ Balyan ​ເຊື່ອ​ໝັ້ນ​ວ່າ, ຫວຽດນາມ ​ແລະ ອິນ​ເດຍ ມີ​ຫຼາຍ​ກາລະ​ໂອກາດ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ລ້ຽງສັດ, ປູກຝັງ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື, ​ແລກປ່ຽນ​ບົດຮຽນ​ກັບ​ຫວຽດນາມ​ ໃນ​ບັນດາ​ຂົງ​ເຂດ​ນີ້.

ຂ່າວ/ບົດ​ອື່ນ