ຫວຽດນາມແລະອິນເດຍເພີ່ມທະວີການຮ່ວມມືໃນຂົງເຂດສິ່ງແວດລ້ອມ

ຫວຽດນາມແລະອິນເດຍເພີ່ມທະວີການຮ່ວມມືໃນຂົງເຂດສິ່ງແວດລ້ອມ - ảnh 1
ຫວຽດນາມແລະອິນເດຍເພີ່ມທະວີການຮ່ວມມືໃນຂົງເຂດສິ່ງແວດລ້ອມ
(ພາບ: tnmthanam.gov.vn)


​(vovworld) – ຄະນະປະຕິບັດ​ງານ​ຂອງ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມຫວຽດນາມ, ​​ໂດຍ​ທ່ານລັດຖະມົນ​ຕີ​ຊ່ວ​ຍວ່າການ ​ເຈີ​ນຮົ່ງຮ່າ ​ເປັນ​ຫົວໜ້າ​ຄະນະ, ຫາ​ກໍ່​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ອິນ​ເດຍ. ທ່ານລັດຖະມົນ​ຕີ​ຊ​​່ວຍວ່າການ ​ເຈີ​ນຮົ່ງຮ່າ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ Ashok Lavasa, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສິ່ງ​ແວດ​ລ້ອມ, ປ່າ​ ​ແລະ ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດອິນ​ເດຍ. 2 ຝ່າຍ​ໄດ້​ປຶກສາ​ຫາລື​ທິດ​ທາງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ​ໃນ​ນັ້ນ​ມິ​ການກຳນົດ​ບັນດາ​ຂົງ​ເຂດ​ຮ່ວມ​ມື, ສ້າງ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ 2 ກະຊວງ, ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຈັດ​ຕັ້ງ​ກອງ​ປະຊຸມສຳ​ມະນາ​ແລກປ່ຽນບົດຮຽນ, ສົ່ງ​ຄະນະ​ນັກ​ຊ່າວ​ຊານ, ສ້າງ​ໂຄງການ​ຮ່ວມ​ມື 2 ຝ່າຍ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ກິນ​ຟ້າ​ອາກາດ, ອະນຸລັກ​ຮັກສາ​ຊີວະ​ນາໆ​ພັນ.
ຂ່າວ/ບົດ​ອື່ນ