ຫວຽດນາມແລະອີຢິບແບ່ງປັນບົດຮຽນໃນວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງ

ຫວຽດນາມແລະອີຢິບແບ່ງປັນບົດຮຽນໃນວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງ - ảnh 1
ຫວຽດນາມ ແລະ ອີຢິບແບ່ງປັນບົດຮຽນໃນ
ວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງ
(ພາບ: ThaiHai)

(vovworld) - ວັນ​ທີ 14/12 ຢູ່​ຮ່າ​ໂນ້ຍ, ທ່ານຮອງຫົວໜ້າ​ອົງ​ການ​ກວດກາ​ລັດຖະບານ ຫງວຽນ​ດຶກ​ແຮ້ງ ພ້ອມ​ກັບ​ການ​ນຳ​ບາງ​ກົມ, ທະບວງ​ກົມ, ຫົວໜ່ວຍ​ຂຶ້ນ​ກັບ​ອົງການ​ກວດກາ​ລັດຖະບານ ຫວຽດນາມ ຕ້ອນຮັບ ​ແລະ ພົບ​ປະ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ອົງການຕິດຕາມ​ກວດກາການ​ບໍລິຫານ ອີ​ຢິບ, ​ໂດຍຜູ້​ຊ່ວຍ​ວຽກ​ປະທານ​ອົງການ​ຕິດຕາມ​ກວດກາ​ການ​ບໍລິຫານ ອີ​ຢິບ ທ່ານ Hesham Ahmed Ossman Hendawy ນຳ​ໜ້າ. ທ່ານ​ຮອງ​ຫົວໜ້າ​ອົງການ​ກວດກາ​ລັດຖະບານ ຫງວຽນ​ດຶກ​ແຮ້ງ ຢືນຢັນ​ວ່າ: ການ​ພົວພັນ​ມິດຕະພາບ, ການຮ່ວມ​ມື​ລະຫວ່າງ 2 ອົງການ​ໃນ​ຫລາຍ​ປີຜ່ານມາ ຍາມ​ໃດ​ກໍ​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ ປັບປຸງ, ປະກອບສ່ວນ​ເພີ່ມ​ທະ​ວີ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມມື​ລະຫວ່າງ 2 ປະ​ເທດ ຫວຽດນາມ - ອີ​ຢິບ. ທີ່​ການ​ພົບ​ປະ​ເຈລະຈາ, 2 ຝ່າຍ​ພ້ອມ​ກັນ​ແບ່ງປັນ​ຂ້ໍ​ມູນ​ຂ່າວສານ​ກ່ຽວ​ກັບ​ໂຄງ​ປະກອບ​ການຈັດ​ຕັ້ງ, ບົດບາດ​ໜ້າ​ທີ່ ​ແລະ ສິດອຳນາດ​ຂອງ 2 ອົງການ ກໍ​ຄື​ໝາກຜົນ, ບົດຮຽນ​​ໃນວຽກ​ງານ​ປ້ອງ​ກັນ, ຕ້ານການ​ສໍ້​ລາດ​ບັງ​ຫລວງ ​ແລະ ກຳນົດ​ທິດ​​ໃຫ້ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫລວງ​ຂອງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ