ຫວຽດນາມແລະອາຟິຼກ ກາໃຕ້ຮ່ວມມືເອົາໃຈໃສ່ ເບິ່ງແຍງສຸຂະພາບ ປະຊາຊົນ


ຫວຽດນາມແລະອາຟິຼກ ກາໃຕ້ຮ່ວມມືເອົາໃຈໃສ່ ເບິ່ງແຍງສຸຂະພາບ ປະຊາຊົນ - ảnh 1
​(ພາບປະກອບ:
Minh Đức/Vietnam+)

(vovworld) –​​​ແຕ່​ວັນ​ທີ 11-17/8, ຄະນະ​ຜູ້​ແທນ​ຄະນະ​ກຳມະການ​ປົກ​ປ້ອງ, ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ສຸຂະພາບ​ສູນ​ກາງ ​ໂດຍ​ທ່າ​ນຫົວໜ້າ​ ດຣ ຫງວຽນ​ກວກ​ຈ້ຽວ ນຳ​ໜ້າ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ອາ​ຟິຼກກາ​ໃຕ້ ​ເພື່ອ​ແນ​ໃສ່​ແລກປ່ຽນ​ບົດຮຽນ​ໃນ​ວຽງ​ກງານ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ສຸຂະພາບ​ໃຫ້​ແກ່​ປະຊາຊົນ. ຄະນະ​ນຳ​ກະຊວງ​ສາທາ ລະນະ​ສຸກ​ອາ​ຟິຼກກາ​ໃຕ້​ ໄດ້​ແນະນຳ​ໃຫ້ທ່ານ ດຣ ຫງວຽນ​ກວກ​ຈ້ຽວ ຊາບກ່ຽວ​ກັບ​ລະບົບພື້ນຖານ​ໂຄງ​ລ່າງ​ສາທາລະນະ​ສຸກ, ບັນດາ​ນະ​ໂຍບາຍ​ທີ່​ດີ​ທີ່​ສຸດ, ບັນດາ​ຜົນງານ​ກໍ່​ຄື​ສິ່ງ​ທ້າ​ທາຍ​ຂອງ​ຂະ​ແໜງ​ສາທາລະນະ​ສຸກ​ອາ​ຟິຼກກາ​ໃຕ້ ​ໃນ​ຈຸດໝາຍ​ຮັບປະກັນ​ສຸຂະພາບ​ໃຫ້​ແກ່​ປະຊາຊົນ. ບັນດາ​ນັກ​ຄຸ້ມ​ຄອງ ​ແລະ ວົງ​ການ​ນັກວິຊາ​ສະ​ເພາະ​ອາ​ຟິຼກກາ​ໃຕ້​ ໄດ້​ຕີ​ລາຄາ​ສູ​ງຜົນງານ​ທີ່​ຂະ​ແໜງ​ສາທາລະນະ​ສຸກ​ຫວຽດນາມ​ບັນລຸ​ໄດ້ ພ້ອມ​ທັງ​ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ດ້ານ​ສາທາລະນະ​ສຸກ​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ອາ​ຟຼິກກາ./.

ຂ່າວ/ບົດ​ອື່ນ