ຫວຽດນາມແລະອາເມລິກາລົງນາມໃນຂໍ້ຕົກລົງຮ່ວມມືກໍ່ສ້າງແຫຼ່ງຊັບພະຍາກອນມະນຸດດ້ານນິວເຄຼຍ

ຫວຽດນາມແລະອາເມລິກາລົງນາມໃນຂໍ້ຕົກລົງຮ່ວມມືກໍ່ສ້າງແຫຼ່ງຊັບພະຍາກອນມະນຸດດ້ານນິວເຄຼຍ - ảnh 1
Westinghouse ແລະ ສະ​ຖາ​ບັນ​ພະລັງງານ​ປະລະມານູ​ນິວ​ເຄຼຍຫວຽດນາມ ເຊັນ​ຂໍ້​ຕົກ​ລົງ​

(vovworld)- ພິທີ​ລົງ​ນາມ​ໃນ​ຂໍ້​ຕົກລົງຮ່ວມ​ມືກໍ່ສ້າງແຫຼ່ງຊັບພະຍາກອນ​ມະນຸດ​ດ້ານ​ນິວ​ເຄຼຍ ​ໄດ້​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 15/1, ຢູ່​ຮ່າ​ໂນ້ຍ, ລະຫວ່າງ ສະ​ຖາ​ບັນ​ພະລັງງານ​ປະລະມານູ​ນິວ​ເຄຼຍຫວຽດນາມ ກັບ ກຸ່ມ​ບໍລິສັດ​ໄຟຟ້າ Westinghouse ຂອງ​ອາ​ເມ​ລິ​ກາ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ເຊັນ​ສັນຍາ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ ​ເຈິ​ນຫວຽດ​ແທງ​ ຢືນຢັນ​ວ່າ: ​ເຫດການ​ນີ້ ​ແມ່ນ​ບາດກ້າວ​ຜັນ​ຂະຫຍາຍ​ຢ່າງ​ລະອຽດ, ສ້າງ​ບາດກ້າວ​ໃໝ່​ໃນ​ວິວັດ​ການຮ່ວມ​ມືບຳລຸງ​ສ້າງ​ນັກ​ຊ່ຽວຊານ​ໃຫ້​ແກ່​ຂົງ​ເຂດ​ພະລັງງານ​ປະລະມານູນິວ​ເຄຼຍ, ພາຍຫຼັງ 2 ປະ​ເທດ ​ບັນລຸ​ໄດ້​ບົດບັນທຶກ​​ດ້ານ​ນິວ​​ເຄຼຍພົນລະ​ເຮືອນ ​ໃນ​ເດືອນ 5 ປີ 2014. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ ​ເຈິ​ນຫວຽດ​ແທງ ​ເນັ້ນ​ໜັກ​ວ່າ:

       ຫວຽດນາມ ຈະ​ສ້າງ​ໂຄງການ​ພະລັງງານ​ປະລະມານູຮັບ​ໃຊ້​ຈຸດປະສົງ​ສັນຕິພາບ​ໂດຍ​ໄວ. ​ເພື່ອ​ຮັບ​ໃຊ້​ຈຸດປະສົງ​ນີ້, ​ເລື່ອງ​ບຳລຸງ​ສ້າງ​​ແຫຼ່ງຊັບ ພະຍາກອນ​ມະນຸດ, ພິ​ເສດ​ແມ່ນ​ແຫຼ່ງຊັບພະຍາກອນມະນຸດມີ​ຄຸນ​ນະພາ​ບ ສູງ ​ແລະ ​ໄຟຟ້າ​ນິວ​​ເຄຼຍ ​ແມ່ນ​ບັນຫາ​ສຳຄັນ​ທີ່​ສຸດ, ​ແມ່ນ​ກະ​ແຈ​ໃຫ້​ໂຄງການ​ໄຟຟ້າ​ນິວ​​ເຄຼຍຂອງ​ຫວຽດນາມ ປະສົບ​ຄວາມ​ສຳ​ເລັດ. ​ເລື່ອງ​ລົງ​ນາມ​ໃນ​​ຂໍ້​ຕົກລົງ​ຮ່ວມ​ມື ກັບ Westinghouse ຈະ​ສ້າງ​ຮາກ​ຖານ​ບຳລຸງ​ສ້າງ​​ຖັນ​ແຖວ​ນັກ​ຊ່ຽວຊານ​ໃຫ້ຫວຽດນາມ​ ເວົ້າ​ລວມ ​ແລະ ​ໃຫ້ສະ​ຖາ​ບັນ​ພະລັງງານ​ປະລະມານູ​ນິວ​ເຄຼຍ​ເວົ້າ​ສະ​ເພາະຢ່າງ​ມີ​ປະສິດທິ​ຜົນ.


ຂ່າວ/ບົດ​ອື່ນ