ຫວຽດນາມແລະອາເມລິກາເພີ່ມທະວີການຮ່ວມມືໃນຂົງເຂດວັດທະນະທຳແລະທ່ອງທ່ຽວ

ຫວຽດນາມແລະອາເມລິກາເພີ່ມທະວີການຮ່ວມມືໃນຂົງເຂດວັດທະນະທຳແລະທ່ອງທ່ຽວ - ảnh 1
ຫວຽດນາມແລະອາເມລິກາເພີ່ມທະວີ
ການຮ່ວມມືໃນຂົງເຂດວັດທະນະທຳແລະທ່ອງທ່ຽວ
(ພາບ: dantri.com.vn)


​​(vovworld) - ​ໃນ​ຂອບ​ເຂດ​ “ຊຸມ​ວັນ​ວັດທະນະທຳ​ຫວຽດນາມ​ ຢູ່​ອາ​ເມ​ລິ​ກາ”, ວັນ​ທີ 10/08, ທ່ານ​ລັດ​ຖະມົນຕີ​ວ່າການ​ ຮ່ວາງ​ຕວນ​ແອ​ງ ​ແລະ ຄະ​ນະ​ປະຕິ​ບັດ​ງານ​ຂອງ​ກະຊວງ​ວັດ​ນະ​ທຳ​, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ. ທີ່​ການ​ເຮັດ​ວຽກກັບ​ທ່ານ Richard Stengel, ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ, ທ່ານລັດຖະມົນຕີ ຮ່ວາງ​ຕວນ​ແອ​ງ ​ໃຫ້​ຮູ້​ວ່າ, ຫວຽດນາມ ​​ແລະ ອາ​ເມ​ລິ​ກາ ​ໄດ້​ເພີ່ມ​ທະວີ​ການ​​ແລກປ່ຽນ​ບັນດາ​ຄະນະ​ສິລະປະ​ໄປສະ​ແດງ, ​ແຂ່ງ​ຂັນ​ກິ​ລາ​ຢູ່ 2 ປະ​ເທດ ​ແລະ ​ຮ່ວມ​ມື​ພັດທະນາ​ການທ່ອງທ່ຽວ. ພິ​ເສດ​ແມ່ນ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ອາ​ເມ​ລິ​ກາ ​ໄດ້​ກາຍ​ເປັນ​ນັກ​ລົງທຶນ​ຕ່າງປະ​ເທດ​ອັນ​ດັບ​ໜຶ່ງ​ຢູ່​ຫວຽດນາມ ​ໃນ​ຂົງ​ເຂດ​ທ່​ອງທ່ຽວ. ​ຈຳນວນ​ນັກ​ທ່ອງ​ທ່ຽວ​ອາ​ເມ​ລິ​ກາ ມາ​ຫວຽດນາມ ນັບ​ມື້​ນັບ​ສູງ, ​ໄລ່​ສະ​ເພາະ​ 7 ​ເດືອນ​ຕົ້ນ​ປີ 2015, ​ມີ​ນັກ​ທ່ອງ​ທ່ຽວ​ອາ​ເມລິ​ກາ​ມາ​ຢ້ຽມຢາມ​ຫວຽດນາມ ກວ່າ 300.000 ​ເທ​ື່ອຄົນ. ທ່ານລັດຖະມົນຕີ ຮ່ວາງ​ຕວນ​ແອ​ງ ສະ​ເໜີ​ໃຫ້ 2 ປະ​ເທດ​ຕ້ອງ​ສືບ​ຕໍ່​ເພີ​ມທະວີ, ຊຸກຍູ້​ການ​ຮ່ວມ​ມື​ພັດທະນາ​ດ້ານ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ເພື່ອ​ສົມ​ກັບ​ຄວາມ​ສາມາດ​ບົ່​ມຊ້ອນ​ຮ່ວມ​ມື​ຂອງ 2 ຝ່າຍ.

        ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ Richard Stengel ​ໄດ້​ເຫັນ​ດີ​ກັບຄຳ​ເຫັນ​ຂອງ​ທ່ານ ຮ່ວາງ​ຕວນ​ແອ​ງ ກ່ຽວ​ກັບ​ບັນດາ​ໝາກຜົນ​ອັນ​ໃຫຍ່​ຫຼວງ​ຂອງ​ການ​ຮ່ວມ​ມື​ຮອບດ້ານ​ໃນ​ຕະຫຼອດ 20 ປີຜ່ານມາ​ລະຫວ່າງ 2 ປະ​ເທດ. ຍ້ອນ​ເຫດ​ນັ້ນ, ​ເລື່ອງ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ກິລາ ​ແລະ ທ່​ອງທ່ຽວ ​ເພື່ອ​​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ​ປະຊາຊົນ ​ແລະ ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ແດງ​ສິລະ​ປະ, ດົນຕີງານ​ປະສານ​ສຽງ​, ງານ​ວາງສະ​ແດງ ​ແລະ ບັນດາ​ເຫດການ​ວັດທະນະທຳ, ກິລາ ອື່ນໆ​ລະຫວ່າງ 2 ປະ​ເທດ​ແມ່ນ​ມີ​ຄວາມຈຳ​ເປັນ​ທີ່​ສຸດ.

ຂ່າວ/ບົດ​ອື່ນ