ຫວຽດນາມແລະອາເມລິກາເຫັນດີຍູ້ໄວການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ

ຫວຽດນາມແລະອາເມລິກາເຫັນດີຍູ້ໄວການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ - ảnh 1
ພົນ​ໂທ ຫງວຽນ​ຈີ໋​ວິ້ງ (ເບື້ອງຂວາ) ແລະ ​ທ່ານ​ນາງ Kelly Magsamen
(ພາບ:TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 4/6, ທີ່ ຮ່າ​ໂນ້ຍ, ພົນ​ໂທ ຫງວຽນ​ຈີ໋​ວິ້ງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ທ່ານ​ນາງ Kelly Magsamen, ຜູ້​​ຮັກ​ສາ​ການຊ່​ວຍວຽກລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ (ຮັບ​ຜິດ​ຊອບ​ບັນ​ດາ​ບັນ​ຫາ​ຄວາມ​ສະ​ຫງົບ ອາ​ຊີ - ປາ​ຊີ​ຟິກ) ເນ​ື່ອງ​ໃນ​ໂອ​ກາດ​ທ່ານ​ນາງ Kelly ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ.

   ທີ່​ການ​ຕ້ອນ​ຮັບ, ພົນ​ໂທ ຫງວຽນ​ຈີ໋​ວິ້ງ ຢືນ​ຢັນ​ບັນ​ດາ​ໝາກ​ຜົນ​ແຫ່ງ​ການ​ຮ່ວມ​ມື​ທີ່​ດີ​ງາມ​ໃນ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ. ສອງ​ປະ​ເທດ​ໄດ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ, ໃນ​ນັ້ນ, ຂົງ​ເຂດ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​​ຊາດ​ໄດ້​ມີ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່​ຄື: ການຮ່ວມ​ມື​ບຳ​ລູງ​ສ້າງ​ພະ​ນັກ​ງານ, ແລກ​ປ່ຽນ​ບົດ​ຮຽນ​ໃນ​ການ​ຊ່ວຍ​​ເຫຼືອມະ​ນຸດ​ສະ​ທຳ, ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ; ຮັບ​ປະ​ກັນ​ຄວາມ​ສະ​ຫງົບປອດ​ໄພ​ທາງ​ທະ​ເລ.

   ສ່ວນ​ທ່ານ​ນາງ Kelly Magsamen ຖື​ວ່າ​ບົນ​ພື້ນ​ຖານ​ການ​ຮ່ວມມື​ທີ່​ມີ​​ແລ້ວ, ສອງ​ຝ່າຍ​ຄວນ​ເພີ່ມ​ທະ​ວີການ​ແບ່​ງ​ປັນ​ຂໍ້​ມູນຂ່າວ, ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນສູງ, ປະ​ຕິ​ບັດ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ດ້ານ​ປ້ອງ​ກັນ​ຊາດສອງ​ຝ່າຍ​ຊຶ່ງ​ໄດ້​ຮັບ​ການ​ລົງ​ນາ​ມ​ແລ້ວ​ເປັນ​ຢ່າງ​ດີ, ປະ​ກອບສ່ວນ​ຍົກ​ສູງ​ປະ​ສິດ​ທິ​ຜົນການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​​ຊາດ, ຍູ້​ໄວ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​​ຈາກສົງ​ຄາມ​ຢູ່ ຫວຽດ​ນາມ.

   ທີ່​ການ​ຕ້ອນ​ຮັບ, ຜູ້​​ຮັກ​ສາ​ການຊ່ວຍ​ວຽກລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັຍ​ປະ​ເທດ ອາ​ເມ​ລິ​ກາ ແລະ ພົນ​ໂທ ຫງວຽນ​ຈີ໋​ວິ້ງ ກໍ່​ແລກ​ປ່ຽນ​ບາງ​ເນື້ອ​ໃນ​ທີ່​ກ່ຽວ​ຂ້ອງ​ເຖິງເລື່ອງ​ກະ​ກຽມບັນ​ດາ​ເນື້ອ​ໃນ​ໃຫ້​ແກ່ກອງ​ປະ​ຊຸມ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ປ້ອງ​ກັນ​​ຊາດ​ສອງ​ຝ່າຍ ຫວຽດ​ນາມ - ອາ​ເມ​ລິ​ກາ ຊຶ່ງ​ຈະ​​ຈັດ​ຂຶ້ນ​ໃນ​ເດືອນ 9 ປີ 2014.


ຂ່າວ/ບົດ​ອື່ນ