ຫວຽດນາມແລະຮຸງກາຣີກຽມພ້ອມເຊັບສັນຍາໜູນຊ່ວຍດ້ານຕຸລາການກ່ຽວກັບຄະດີອາຍາ

ຫວຽດນາມແລະຮຸງກາຣີກຽມພ້ອມເຊັບສັນຍາໜູນຊ່ວຍດ້ານຕຸລາການກ່ຽວກັບຄະດີອາຍາ - ảnh 1
ທ່ານຫງວຽນຮ່ວາ​ບີ່​ງ, ຫົວໜ້າ​ອົງການ​ໄອ​ຍະ​ການປະຊາຊົນ​ສູງ​ສຸດ
(ພາບ:tuoitre.vn)


(vovworld) –  ​​ ​ໃນ​ລະຫວ່າງ​ວັນ​ທີ 20-23/4, ຄະນະ​ພະນັກງານ ອົງການ​ໄອ​ຍະ​ການ​ຂັ້ນ​ສູງ​ຂອງ​ຫວຽດນາມ ​ໂດຍ​ທ່ານ ຫງວຽນຮ່ວາ​ບີ່​ງ, ຫົວໜ້າ​ອົງການ​ໄອ​ຍະ​ການ ​ປະຊາຊົນ​ສູງ​ສຸດ, ນຳ​ໜ້າ, ​ໄດ້​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຮຸງ​ກາຣີ. ວັນ​ທີ 22/4, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ​ຮຸງ​ກາຣີ, ຄະນະ​ພະນັກງານ​ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮຸງ​ກາຣີ Zsolt SemJen . ນະ​ທີ່​ນີ້, ທ່ານ​ Zsolt SemJen ​ເນັ້ນ​ໜັກ​ວ່າ: ຮຸງ​ກາຣີ ຈະ​ເອົາ​ໃຈ​ໃສ່​ເຖິງ​ການ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ອົງການ​ໄອ​ຍະ​ການ​ຂອງ 2 ປະ​ເທດ, ​ໃນ​ນັ້ນ​ມີ​ເລື່ອງ​ ຮຸງ​ກາຣີ ຊ່ວຍ ​ຫວຽດນາມ ບຳລຸງ​ສ້າງ​ພະນັກງານ​ທີ່​ມີ​ຄຸນ​ນະພາ​ບສູງ​ໃຫ້​ຂະ​ແໜງ​ຍຸຕິ​ທຳ.

        ກ່ອນ​ໜ້າ​ນັ້ນ, ທ່ານ ຫົວ​ໜ້າ​ອົງການ​ໄອ​ຍະ​ການປະຊາຊົນ​ສູງ​ສຸດ ຫງວຽນຮ່ວາ​ບີ່​ງ ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ​ໄດ້​ມີ​ການ​ເຈລະຈາ​ ກັບ​ທ່ານຫົວໜ້າ​ອົງການ​ໄອ​ຍະ​ການສູງ​ສຸດ ຮຸງ​ກາຣີ Peter Polt ​ແລະ ການ​ນຳ​ຂອງ​ອົງການ​ໄອ​ຍະ​ການ ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. 2 ຝ່າຍ​ໄດ້​ແລກປ່ຽນ​ບົດຮຽນ​ໃນ​ການ​ຕໍ່ສູ້​ຕ້ານ​ອາດຊະຍາ​ກຳ​​ນຳ​ໃຊ້ເຕັກ​ໂນ​ໂລ​ຊີ​ສູງ, ອາດຊະຍາ​ກຳ​ດ້ານ​ການ​​ເງິນ. ທ່ານ​ ຫງວຽນ​ຮ່ວາ​ບີ່​ງ ຊີ້​ແຈ້ງວ່າ: ຫວຽດນາມ ຢາກ​ຮຳ່ຮຽນ ​ແລະ ນຳ​ໃຊ້ບັນດາ​ໝາກຜົນ​ການຄົ້ນ​ຄ້ວາ​ຂອງ​ສູນ​ຄົ້ນ​ຄ້ວາ​ອາດຊະຍາ​ກຳ​ທີ່​ຂຶ້ນ​ກັບ​ອົງການ​ໄອ​ຍະ​ການຢ່າງສຳ​ເລັດ​ຜົນ.

ຂ່າວ/ບົດ​ອື່ນ