ຫວຽດນາມແລະແດນມາກຍູ້ແຮງການຮ່ວມມືລົງທຶນ, ການຄ້າ

(VOVWORLD) - ຫວຽດນາມ ປາດຖະໜາວ່າ, ແດນມາກ ຈະຍູ້ແຮງການຮ່ວມມືລົງທຶນ, ການຄ້າ 2 ຝ່າຍກວ່າອີກ 

(vovworld) - ຕອນບ່າຍວັນທີ 05/05, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງຮ່ວມມືພັດທະນາແດນມາກ Ulla Tornas ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. 

ຫວຽດນາມແລະແດນມາກຍູ້ແຮງການຮ່ວມມືລົງທຶນ, ການຄ້າ - ảnh 1 (ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ

ລັດຖະມົນຕີກະຊວງຮ່ວມມືພັດທະນາແດນມາກ)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ລັດຖະບານຫວຽດນາມ ພວມມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງສະດວກເພື່ອໃຫ້ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີແດນມາກ ເຄື່ອນໄຫວຢ່າງຍາວນານຢູ່ຫວຽດນາມ. ຫວຽດນາມ ປາດຖະໜາວ່າ, ແດນມາກ ຈະຍູ້ແຮງການຮ່ວມມືລົງທຶນ, ການຄ້າ 2 ຝ່າຍກວ່າອີກ ເພື່ອຂຸດຄົ້ນຢ່າງສຸດຂີດ, ຍາດແຍ່ງກາລະໂອກາດ ແລະ ເສີມຂະຫຍາຍທ່າແຮງ, ຄວາມສະມາດບົ່ມຊ້ອນທີ່ພວມມີຢູ່ແລ້ວຂອງ 2 ຝ່າຍ. ທ່ານນາຍົກລັດຖະມົນຕີກໍ່ປາດຖະໜາວ່າ ດ້ວຍອິດທິພົນຊື່ສຽງ ແລະ ທີ່ຕັ້ງບົດບາດຂອງຕົນ, ແດນມາກ ຈະຊຸກຍູ້ການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ລະຫວ່າງຫວຽດນາມ ແລະ ອີຢູ.

        ສ່ວນທ່ານລັດຖະມົນຕີ Ulla Tornas ປາດຖະໜາວ່າ ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ອີຢູ ຈະໄດ້ໃຫ້ສັດຕະຍາບັນໂດຍໄວ, ມີຜົນສັກສິດ, ຜ່ານນັ້ນສ້າງເງື່ອນໄຂສະດວກໃຫ້ 2 ປະເທດພັດທະນາການຮ່ວມມືດ້ານການຄ້າຢ່າງແຮງກວ່າ; ສະເໜີໃຫ້ 2 ຝ່າຍເປີດກວ້າງການຮ່ວມມືໃນບັນດາຂົງເຂດເຊິ່ງແດນມາກມີທ່າແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ