(vovworld) - ຄະນະພະນັກງານຂັ້ນສູງວິທະຍາຄານປ້ອງກັນປະເທດຫວຽດນາມ ໂດຍພົນໂທ ຫວໍຕຽນຈຸງ, ຫົວໜ້າວິທະຍາຄານນຳໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ສ.ໂມຊຳບິກ ໃນລະຫວ່າງວັນທີ 30/06 – 02/07. ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງຄະນະການນຳຂັ້ນສູງກອງທັບປະຊາຊົນຫວຽດນາມ ນັບແຕ່ເວລາຫວຽດນາມ ເປີດສະຖານທູດປະຈຳໂມຊຳບິກ ເມື່ອປີ 2009. ໃນໄລຍະຢູ່ຢ້ຽມຢາມ, ຄະນະຜູ້ແທນໄດ້ມີການເຮັດວຽກກັບທ່ານລັດຖະມົນຕີຊ່ວຍວ່າການຜູ້ປະຈຳການກະຊວງປ້ອງກັນປະເທດໂມຊຳບິກ Patricio Jose ແລະ ທ່ານເສນາທິການໃຫຍ່ບັນດາກຳລັງປະກອບອາວຸດໂມຊຳບິກ, ພົນເອກ Graca Tomas Chongo ກ່ຽວກັບການພົວພັນຮ່ວມມືລະຫວ່າງກອງທັບ 2 ປະເທດ…
ເມື່ອແລກປ່ຽນກັບຄະນະຜູ້ແທນຫວຽດນາມ, ການນຳຂັ້ນສູງກອງທັບໂມຊຳບິກ ໄດ້ຕີລາຄາສູງການຊ່ວຍເຫຼືອ ແລະ ການຮ່ວມມືອັນລ້ຳຄ່າຂອງກອງທັບຫວຽດນາມ ໃນຂົງເຂດຄົ້ນຄ້ວາຍຸດທະສາດ, ບຳລຸງສ້າງ, ກໍ່ສ້າງກຳລັງ… ໃນໄລຍະຈະມາເຖິງ, ໂມຊຳບິກ ຈະສົ່ງທະຫານມາຫວຽດນາມ ເພື່ອເຂົ້າຮ່ວມບັນດາຊຸດບຳລຸງສ້າງສາກົນຢູ່ຫວຽດນາມ.
ພົນໂທ ຫວໍຕຽນຈຸງ ເນັ້ນໜັກວ່າ, ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນອັນລ້ຳຄ່າຂອງຕົນກັບກອງທັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ. ພົນໂທ ຫວໍຕຽນຈຸງ ກໍ່ແຈ້ງໃຫ້ເພື່ອນມິດໂມຊຳບິກ ຊາບກ່ຽວກັບບັນດາການຜັນແປ່ຢ່າງສັບສົນຄືໃນປະຈຸບັນຢູ່ທະເລຕາເວັນອອກ ພ້ອມກັນນະໂຍບາຍສະເໝີຕົ້ນສະເໝີປາຍ ແລະ ຢືດໝັ້ນຂອງລັດ, ກອງທັບປະຊາຊົນຫວຽດນາມ ໃນການປົກປັກຮັກສາຜືນແຜ່ນດິນ ແລະ ອະທິປະໄຕທີ່ສັກກະລະບູຊາຂອງປະເທດຊາດ.