ຫວຽດນາມແລະໄທເພີ່ມທະວີການຮ່ວມມືຕ້ານການຫາປາຢ່າງຜິດກົດໝາຍ

ຫວຽດນາມແລະໄທເພີ່ມທະວີການຮ່ວມມືຕ້ານການຫາປາຢ່າງຜິດກົດໝາຍ - ảnh 1
(ພາບ​ປະ​ກອບ)

(vovworld) –​ ໂດຍ​ໄດ້​ຮັບ​ຄ​ຳ​ເຊີນ​ຂອງ​ກະ​ຊວງ​ກະ​ສິ​ກຳ​ ແລະ ສະ​ຫະ​ກອນ​ໄທ, ຄະ​ນະ​ປ​ະ​ຕິບັດ​ງານ​ຫວຽດ​ນ​າມ ໂດຍ​ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຫວູ​ວັນ​ຕ໋າມ ນຳ​ໜ້າ​ໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ໄທ ໃນ​ລະ​ຫວ່າງວັນ​ທີ 10 – 14/01. ​ທີ່​ການ​ເຈ​ລະ​ຈາ​ກັບ​ການ​ນຳ​ກະ​ຊວງ​ກະ​ສິ​ກຳ - ສະ​ຫະ​ກອນ​ໄທ,  2  ຝ່າຍ​ໄດ້​ເຫັນ​ດີ​ນຳ​ກັນ​ສ້າງ​ລະ​ບຽ​ບ​ການ​ພາຍ​ໃນ​ໃຫ້​ສຳ​ເລັດ, ລາຍ​ງານຕໍ່​ລັດ​ຖະ​ມົນ​ຕີກະ​ຊວງ​ກະ​ສິ​ກຳ 2 ປະ​ເທດ​ກ້າວ​​ໄປ​ເຖິງ​ການ​ລົງ​ນາມ ໃນ​ການ​ສ້າງ​ຕັ້ງ​ໂທ​ລະ​ສັບ​ສາຍ​ດ່ວນ ໃນ​ການ​ເຄື່ອນ​ໄຫວ​ອາ​ຊີບ​ປະ​ມົງ​ລະ​ຫວ່າງ 2 ປະ​ເທດ​ໃນ​ໄຕ​ມາດ 1 ປີ 2016. 2 ຝ່າຍ​ເຫັນ​ດີ​ສືບ​ຕໍ່​ຮ່ວມ​ມື​ກ່ຽວ​ກັບ​ວຽ​ກ​ງານ​ຕ້ານ​​ໂລກ​ລະ​ຍາດ​ຕໍ່​ສິນ​ໃນ​ນ້ຳ ແລະ ລ້ຽງ​ສັດ, ຄຸ​້​ມ​ຄອງ​ຄຸນ​ນະ​ພາບ, ກໍ່​ສ້າງ​ມາດ​ຕ​ະ​ຖານ, ມາດ​ຖານ​ສິນ​ຄ້າ​ກະ​ເສດ​ສົ່ງ​ອອກ.

ຂ່າວ/ບົດ​ອື່ນ