ຫວຽດນາມແອລາຍແມ່ນໜຶ່ງໃນບັນດາບໍລິສັດການບິນປອດໄພທີ່ສຸດໃນໂລກ

ຫວຽດນາມແອລາຍແມ່ນໜຶ່ງໃນບັນດາບໍລິສັດການບິນປອດໄພທີ່ສຸດໃນໂລກ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 12/1, ສູນ​ຕີ​ລາຄາ​ຂໍ້​ມູນ​ອຸ​ບັດ​ເຫດ​ທາງ​ການບິນ (JACDEC) ຂອງ ​ເຢັຍລະ​ມັນ ​ໄດ້ປະກາດບັນຊີ​ລາຍ​ຊື່ 60 ບໍລິສັດ​ການບິນ​ປອດ​ໄພ​ທີ່​ສຸດ​ຢູ່​ໂລກ​ໃນ​ປີ 2015, ​ໃນ​ນັ້ນ​ມີ​ບໍລິສັດ​ການບິນ ​ແຫ່ງ​ຊາດ ຫວຽດນາມ (ຫວຽດນາມ​ແອ​ລາຍ). ການ​ຕີ​ລາຄາ​ດັ່ງກ່າວ​ແມ່ນ​ອີງ​ໃສ່​ຜົນ​ແຫ່ງ​ການ​ໄຈ້​ແຍກ​ການ​ບໍລິການ​ຂົນ​ສົ່ງ ກໍ່​ຄື​ບັນດາ​ອຸບັດ​ເຫດ​ໃຫຍ່,​ ນ້ອຍ​ໃນ​ຮອບ​ເວລາ 30 ປີ​ມາ​ນີ້. ຫວຽດນາມ​​ແອ​ລາຍ ຖືກ​ຈັດເຂົ້າບັນຊີ​ລາຍ​ຊື່​ນີ້ ​ແມ່ນ​ຍ້ອນ​ຮັບປະກັນ​ຄວາມ​ປອດ​ໄພ, ຄວາມ​ໝັ້ນຄົງ ​ແລະ ປະສິດທິ​ຜົນ​ໃນ​ການ​ເຄື່ອນ​ໄຫວ​ດ້ານ​ການບິນ. ຄຽງ​ຂ້າງ​ນັ້ນ, ຫວຽດນາມ​ແອ​ລາຍຍ​ັງໄດ້​ຫັນຈຸ​ບິນ​ເປັນ​ຈຸ​ບິນ​ລຸ້ນ​ໃໝ່ອີກ, ກໍ່​ຄືຍົກ​​ຄຸນ​ນະພາ​ບການບໍລິການ​ຂຶ້ນລະດັບ 4 ດາວ.

ຂ່າວ/ບົດ​ອື່ນ