ຫວຽດນາມໃຫ້ຄຳໝັ້ນສັນຍາມານະພະຍາຍາມພ້ອມກັນສູ້ຊົນເພື່ອລົບລ້າງກຳລັງອາວຸດສາກົນ

ຫວຽດນາມໃຫ້ຄຳໝັ້ນສັນຍາມານະພະຍາຍາມພ້ອມກັນສູ້ຊົນເພື່ອລົບລ້າງກຳລັງອາວຸດສາກົນ - ảnh 1
(ພາບ​ປ​ະ​ກອບ​ຈາກ TTXVN)

(vovworld) - ວັນ​ທີ 13/10, ກ່າວ​ຄວາມ​ເຫັນ​ຕໍ່ໜ້າ​ບັນດາ​ຜູ້​ແທນ​ທີ່​ເຂົ້າຮ່ວມ​ວາລະ​ປຶກສາ​ຫາລື​ລວມຂອງ​ຄະນະ​ກຳມະການ ລົບ​ລ້າງ​ກຳລັງ​ອາວຸດ​ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ສາກົນ (ຄະນະ​ກຳມະການ 1) ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ຊຸດ​ທີ 69 ທີ່​ພວມ​ດຳ​ເນີນ​ຢູ່​ສຳນັກງານ​ຕົ້ນຕໍ​ຂອງ ສປຊ ຢູ່​ນີວຢອກ, ອາ​ເມ​ລິ​ກາ​ນັ້ນ, ທ່ານ​ນາງ​ເອກ​ອັກ​ຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ, ຫົວໜ້າ​ຄະນະ​ຜູ້​ຕາງໜ້າ​ຫວຽດນາມ​ປະຈຳ ສປຊ ​ໄດ້ຢືນຢັນ​​ເຖິງ​ຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ​ແມ່ນ​ສະໜັບສະໜູນ​ການລົບ​ລ້າງ​ກຳລັງ​ອາວຸດ​ຢ່າງຮອບດ້ານ ​ແລະ ​ເຖິງ​ຖອງ, ພິ​ເສດ​ແມ່ນ​ການ​ລົບ​ລ້າງ​ອາວຸດ​ນິວຄະ​ເລຍ. ທ່ານ​ນາງ​ເອກ​ອັກ​ຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ​ເນັ້ນ​ໜັກເຖິງ ຄຳ​ໝັ້ນ​ສັນຍາຢ່າງ​ແຮງ​ຂອງ​ຫວຽດນາມ​ໃນ​​ເລື່ອງ​ພ້ອມ​ກັບປະ​ເທດ​ຕ່າງໆ​ສູ້​ຊົນ​ເພື່ອ​ຈຸດໝາຍ​ລວມກ່ຽວ​ກັບ​ການ​ຫຼຸດຜ່ອນ​ກຳລັງ​ອາວຸດ, ພ້ອມ​ທັງ​ຢືນຢັນ​ວ່າ, ຍາມ​ໃດ​ຫວຽດນາມ​ກໍ່​ປະຕິບັດ​ບັນດາ​ພັນທະ​ທີ່​ກ່ຽວຂ້ອງ​ເຖິງ​ຂົງ​ເຂດ​ນີ້​ຢ່າງ​ເຂັ້ມ​ງວດ.

 

 

ຂ່າວ/ບົດ​ອື່ນ