ຫວຽດນາມໃຫ້ບຸລິມະສິດແກ່ການພັດທະນາພະລັງງານສະອາດ

ຫວຽດນາມໃຫ້ບຸລິມະສິດແກ່ການພັດທະນາພະລັງງານສະອາດ - ảnh 1
ທ່ານ​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ ຈີ້ງ​ດີງ​ຢູງ ​ຕ້ອນ​ຮັບ​ທ່ານນາງ Lisa Davis
ພ​າບ:vov

(vovworld)- ທີ່​ການ​ຕ້ອນ​ຮັບ​ທ່ານນາງ Lisa Davis, ສະ​ມາ​ຊິກ​ຂັ້ນ​ສູງ ຄະ​ນະ​ບໍ​ລິ​ຫານ​ງານ​ກຸ່ມ​ບໍ​ລິ​ສັດ Siemes ໃນ​ຕອນ​ບ່າຍ​ວັນ​ທີ 20/7, ທ່ານ​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ ຈີ້ງ​ດີງ​ຢູງ ໄດ້​ຢຶນ​ຢັນ: ຫວຽດ​ນາມ ບຸ​ລິ​ມະ​ສິດ​ການ​ພັດ​ທະ​ນາພະ​ລັງ​ງານ​ສະ​ອາດ ແລະ ໃຫ້​ຮູ້​ວ່າ: ເພື່ອ​ປະ​ຕິ​ບັດ​ຄາດ​ໝາຍ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ, ຫວຽດ​ນາມ ຄວນ​ມີ​ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ​ໃຫ້​ເໝາະ​ສົມ. ໃນ​ໄລ​ຍະ​ຈະ​ມາ​ເຖິງ ຫວຽດ​ນາມ ຈະ​ສ​ຸມ​ໃສ່​ພັດ​ທະ​ນາ​ລະ​ບົບ​ເສັ້ນ​ທາງ​ຄວາມ​ໄວ​ສູງຢູ່​ຫລາຍ​​ຂົງເຂດ. ຫວຽດ​ນາມ ກໍ​ມີ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ລະ​ບົບ​ສາຍ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ, ກໍ່​ສ້າ​ງ​ບັນ​ດາ​ທ່າ​ອາ​ກາດ​ສະ​ຍານ.. ຕາມ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດີງ​ຢູງ ແລ້ວ, ເລື່ອງ​ນຳ​ໃຊ້​ບັນ​ດາ​ເຕັກ​ໂນ​ໂລ​ຊີມີ​ປະ​ສິດ​ທິ​ພາບ​ສູງ, ປະ​ຢັດ​ພະ​ລັງ​ງານ, ​ມີ​ຄວາມປອດ​ໄພ ແລະ ບໍ່​ກໍ່​ມົນ​ລະ​ພິດ​​ຕໍ່ສິ່ງ​ແວດ​ລ້ອມ ແມ່ນ​ບຸ​ລິ​ມະ​ສິດ​ຂອງ​ ລັດ​ຖະ​ບານ​ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພິ​ເສດ​ໃນ​ຂົງ​ເຂດ​ພະ​ລັງ​ງານ. ປະ​ຈຸ​ບັນ ລັດ​ຖະ​ບານ​ຫວຽດ​ນາມ ພວມ​ສືບ​ຕໍ່​ກໍ່​ສ້າງ ແລະ ​ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ​ຕາມ​ທິດ ເປັນ​ມິດຕໍ່​ສິ່ງ​ແວດ​ລ້ອມ, ໝູນ​ໃຊ້​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ຫນ້າ​ໃນ​ແຕ່​ລະ​ໂຄງ​ການ.

ສ່ວນ​ທ່ານ​ນາງ Lisa Davis ຕີ​ລາ​ຄາ​ສູງ​ການ​ຫນູນ​ຊ່ວຍ​ຂອງ​ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ຂອງ​ຫວຽດ​ນາມ​ໃນ​ໄລ​ຍະ​ຜ່ານ​ມາ ພິ​ເສດ ແມ່ນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ​ໃນ​ການ​ປັບ​ປຸງ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ. ທ່ານ​ນາງ Lisa Davis ໃຫ້​ຄຳ​ໝັ້ນ​ສັນ​ຍາ ຈະ​ຫນູນ​ຊ່ວຍ​ຫວຽດ​ນາມ​ໃນ​ການ​ບຳ​ລຸງ​ສ້າງ​ຫລາຍກວ່າ, ພັດ​ທະ​ນາ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ມີ​ຄຸນ​ນະ​ພາບ​ສູງ ແລະ ນຳ​ໃຊ້​ບັນ​ດາ​ເຕັກ​ໂນ​ໂລ​ຊີ​​ມີ​ຄວາມປອດ​ໄພ​ທີ່​ສຸດ​ຢູ່​ຫວຽດ​ນາມ. ໃນ​ໄລ​ຍະ​ຈະ​ມາ​ເຖິງ,  Simemens ສະ​ແດງ​ຄ​ວາມ​ປາດ​ຖະ​ຫນາ​ຢາກ​ເປີດກວ້າງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ເຂົ້າ​ໃນ​ບັນ​ດາ​ຂົງ​ເຂດ​ພັ​ດ​ທະ​ນາ​ພື້ນ​ຖານ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ຂຸ​ດ​ຄົ້ນ, ປຸງ​ແ​ຕ່ງ​ນ້ຳ​ມັນ​ອາຍ​ແກ​ສ.

ຕອບກັບ

ຂ່າວ/ບົດ​ອື່ນ