ຫວຽດນາມໄດ້ຄັດເລືອກຍຸດທະສາດເພື່ອຊຸກຍູ້ການຫັນການຄ້າເປັນເສລີກວ່າ

ຫວຽດນາມໄດ້ຄັດເລືອກຍຸດທະສາດເພື່ອຊຸກຍູ້ການຫັນການຄ້າເປັນເສລີກວ່າ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ການ​ຄ້າ, ທ່ອ​ງ​ທ່ຽວ ແລະ ລົງ​ທຶນ ອົດ​ສະ​ຕາ​ລີ Steven Ciobo
(ພາບ​ປະ​ກອບ: acfid.asn.au)

(vovworld) - ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຄ້າ, ທ່ອ​ງ​ທ່ຽວ ແລະ ລົງ​ທຶນ ອົດ​ສະ​ຕາ​ລີ Steven Ciobo ຫາກໍ່​ມີ​ບົດ​ຂຽນລົງ​ໃນ​ເວັບ​ໄຊ ​ຂອງກະ​ຊວງ​ການ​ຕ່າງ​ປະ​ເທດ​ອົດ​ສະ​ຕາ​ລີ, ໃນ​ນັ້ນ​​ໄດ້ຕີ​ລາ​ຄາ​ກ່ຽວ​ກັບ​​ການ​ປະ​ຕິ​ຮູບ​ທີ່​ນຳ​ມາ​ເຊິ່ງ​ການ​ເຕີບ​ໂຕ​​ທາງ​ດ້ານເສດ​ຖະ​ກິດ​ໃຫ້​ແກ່​ຫວຽດ​ນາມ. ໃນ​ບົດ​ຂຽນ, ທ່ານ​ລັດ​ຖະ​ມົນ​ຕີ Steven Ciobo ຕີ​ລາ​ຄາ​ວ່າ, ໃນ​ໂລກ​ມີບໍ່​ເທົ່​າ​ໃດ​ປະ​ເທດ​ອະ​ທິ​ບາຍ​ກ່ຽວ​ກັບບັນ​ດາ​ຜົນ​ປະ​ໂຫຍດ​ຈາກ​ການ​ຫັນ​ການ​ຄ້າ​ເປັນ​ເສ​ລີ ແລະ ລົງ​ທຶນ​​ໄດ້ດີ​ກວ່າ​ຄື​ຫວຽດ​ນາມ. 3 ທົດ​ສະ​ວັດ, ນັບ​ແຕ່​ເມື່ອ​ຫວຽດ​ນາມ ປຸກ​ລະ​ດົມ​ປະ​ຕິ​ຮູບ​​ການປ່ຽນໃໝ່​, ໄລ່​ຮອດ​ກາງສະ​ຕະ​ວັດທີ 21 ນີ້, ຄາດ​ວ່າ, ຫວຽດ​ນາມ ຈະ​ເຂົ້າ​ຮ່ວມ​ກຸ່ມ 20 ພື້ນ​ຖານ​ເສດ​ຖະ​ກິດ​ແຖວ​ໜ້າ​ຂອງ​ໂລກ.

        ທ່ານ​ລັດ​ຖະ​ມົນ​ຕີ Steven Ciobo ຢືນ​ຢັນ​ວ່າ: ລັດ​ຖະ​ບານ​ອົດ​ສະ​ຕາ​ລີ ເຫັນ​ໄດ້​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ອັນ​ໃຫ​ຍ່​ຫຼວງ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ອົດ​ສະ​ຕາ​ລີ ເພື່ອກວມ​ອັດ​ຕາ​ສ່ວນ​ຕະ​ຫຼາດ​ໃນ​ບັນ​ດາ​ຂົງ​ເຂດ​ຄື: ກະ​ສິ​ກຳ, ພະ​ລັງ​ງານ, ການ​ບໍ​ລິ​ການ​ການ​ເງິນ, ກ​ານ​ສຶກ​ສາ… ຢູ່​ຫວຽດ​ນາມ. ທ່ານ​ລັດ​ຖະ​ມົນ​ຕີ Steven Ciobo ເນັ້ນ​ໜັກ​ວ່າ, ທ່ານ​ຈະ​ພ້ອມ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Malcolm Turnbull ລໍຖ້າ​ການ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ APEC ປີ 2017 ເຊິ່ງ​ຫວຽດ​ນາມ ແມ່ນ​ປະ​ເທດ​ເຈ​ົ້າ​ພາບ​ຈັດ​ຕັ້ງ ແລະ ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ລະ​ຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ