ຫວຽດນາມໄດ້ຈັດອັນດັບທີ 2 ທົ່ວຄະນະໃນການແຂ່ງຂັນ ສີມືແຮງງານອາຊຽນ ຄັ້ງທີ 9

ຫວຽດນາມໄດ້ຈັດອັນດັບທີ 2 ທົ່ວຄະນະໃນການແຂ່ງຂັນ ສີມືແຮງງານອາຊຽນ ຄັ້ງທີ 9 - ảnh 1

ຫວຽດນາມຍາດ​ໄດ້ 5 ຫຼຽນ​ຄຳ

ທີ່ການ​ແຂ່ງຂັນ​ສີມື​ແຮງ​ງານ​ອາ​ຊຽນ ຄັ້ງທີ 9

(ພາບ: baomoi.com)

(VOV)- ​ໃນການ​ແຂ່ງຂັນ​ສີມື​ແຮງ​ງານ​ອາ​ຊຽນ ຄັ້ງທີ 9 ຫາ​ກໍ່​ດຳ​ເນີນ​ໄປ​ຢູ່​ອິນ​ໂດ​ເນ​ເຊຍ, ຄະນະ​ຜູ້​ແທນ​ຫວຽດນາມ ຍາດ​ໄດ້ 5 ຫຼຽນ​ຄຳ, ຖືກ​ຈັດ​ອັນ​ດັບ 2 ທົ່ວ​ຄະນະ. ການ​ແຂ່ງຂັນ​ສີມື​ແຮງ​ງານ​ອາ​ຊຽນ ຄັ້ງທີ 9 ​ໄດ້​ດືງດູ​ດການ​ເຂົ້າຮ່ວມ​ຂອງ 275 ຄົນ​ທີ່ມາ​ຈາກ 9 ປະ​ເທດ​ດ້ວຍ 22 ອາຊີບ. ທີ່​ການ​ແຂ່ງຂັນ​ຄັ້ງນີ້, ຄະນະ​ຫວຽດນາມ ມີ 44 ຄົນ​ເຂົ້າຮ່ວມ. ຮອງ​ສາ​ສະ​ດາ​ຈານ, ດຣ Duong Duc Lan ຮອງ​ຫົວໜ້າ​ກົມ​ໃຫ່ຍສອນ​ວິຊາ​ຊີບ, ກະຊວງ​ແຮງ​ງານທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ​ໃຫ້​ຮູ້​ວ່າ:

   “ຄະນະ​ຫວຽດນາມ ​ໄດ້​ວາງ​ຈຸດໝາຍ​ຢືນ​ອັນ​ດັບ 3 ທົ່ວ​ຄະນະ​ເທົ່າ​ນັ້ນຍ້ອນ​ວ່າ​ຄະນະ​ປະ​ເທດ​ອື່ນ​ກໍ່​​ເຂັ້ມ​ແຂງ​ທີ່​ສຸດ ​ແຕ່​ໝາກຜົນ​ໃນ​ປີ​ນີ້​ແມ່ນ​ຢືນ​ອັນ​ດັບ​ທີ 2 ທົ່ວ​ຄະນະ. ນີ້​ແມ່ນ​ໝາກຜົນ​ທີ່​ໜ້າ​ຊື່​ຊົມ. ຫຼັງ​ຈາກ​ການ​ແຂ່ງຂັນນີ້, ພວກ​ເຮົາ​ຈະ​ເລືອກ​ເອົາ​ຜູ້​ໄດ້​ຮັບ​ລາງວັນ​ໄປ​ເຂົ້າຮ່ວມ​ການ​ແຂ່ງຂັນ​ສີມື​ແຮງ​ງານ​​ໂລກ​ໃນ​ເດືອນ 7/2013 ຢູ່​ສາທາລະນະ​ລັດ​ເຢັຍລະ​ມັນ

ຂ່າວ/ບົດ​ອື່ນ