ຫວຽດນາມໄດ້ປະຕິບັດສຳເລັດບັນດາຄາດໝາຍສະຫັດສະວັດເຊິ່ງສປຊວາງອອກກ່ອນກຳນົດເວລາ

ຫວຽດນາມໄດ້ປະຕິບັດສຳເລັດບັນດາຄາດໝາຍສະຫັດສະວັດເຊິ່ງສປຊວາງອອກກ່ອນກຳນົດເວລາ - ảnh 1
(​ທ່ານ​ຮອງ​ນາຍົກລັດຖະມົນຕີ,
ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມ​ບິ່ງ​ມິ​ງ)


(vovworld) – ຫວຽດນາມ​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸ​ດພົ້ນ​ເດັ່ນ​ໃນ​ການ​ປະຕິບັດ​ສຳ​ເລັດບັນດາ​​ຄາດ​ໝາຍ​ສະຫັດ​ສະ​ວັດ​ເຊິ່ງສະຫະ​ປະຊາ​ຊາດ​ໄດ້​ວາງ​ອອກ​ກ່ອນ​ກຳນົດ​ເວລາ. ນີ້​ແມ່​ນຄຳ​ຢັ້ງຢືນ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມ​ບິ່ງ​ມິ​ງ, ​ເມື່ອ​ຕອບ​ສຳພາດ​ຕໍ່ສ່ື​ທວນ​ຊົນ​ພາຍ​ໃນ​ປະ​ເທດ, ​ເນື່ອງ​ໃນ​ໂອກາດ​ຫວຽດນາມ ​ໄດ້​ຮັບເລືອກ​ຕັ້ງເປັນ​ສະມາຊິກ​ຂອງ​ສະພາ​ເສດຖະກິດ​ສັງຄົມ​ຂອງ​ສະ​ຫະປະຊາ​ຊາດ (ECOSOC). ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມ​ບິ່ງ​ມິ​ງ ຊີ້​ແຈ້ງວ່າ, ສິ່ງ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຕີ​ລາຄາ​ຂອງ​ປະຊາ​ຄົມ​ສາກົນ ສຳລັບ​ບົດບາດ, ທີ່​ຕັ້ງ​ຂອງ​ຫວຽດນາມ ບົນ​ເວທີ​ສາກົນ ​ແລະ ພິ​ເສດ​ແມ່ນ​ບັນດາ​ການ​ປະກອບສ່ວນ​ຂອງ​ຫວຽດນາມ ​ໃນ​ຂົງ​ເຂດ​ຕ່າງໆ ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ການພັດທະນາປະ​ເທດ​ຊາດ, ຈາກ​ນັ້ນ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສ​ດຖະກິດ​ສັງຄົມ​ຂອງ​ສະຫະ​ປະຊາ​ຊາດ.

      “ນີ້​ກໍ​​ແມ່ນ​ການ​ຕີ​ລາຄາ​ສູງ​ຫວຽດນາມ ​​ໃນ​ການ​ປະຕິບັດ​ສຳ​ເລັດບັນດາຄາດໝາຍ​ສະຫັດ​ສະ​ວັດ. ຫວຽດນາມ ​ໄດ້​ຮັບ​ການ​ເລື​ອກຕັ້ງ​ຄື​ແນວ​ນັ້ນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ບົດບາດ​, ທີ່​ຕັ້ງ​ຂອງ​ຫວຽດນາມ ຢ່າງ​ຈະ​​ແຈ​້ງ ​ແລະ ຄວາມປາດ​ຖະໜາ​ຂອງ​ບັນດາ​ປະ​ເທດສະມາຊິກສະຫະ​ປະຊາ​ຊາດ ກ່ຽວ​ກັ​ບ​ເລື່ອງ​ຫວຽດນາມ ຈະ​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ບັນດາ​ການ​ເຄື່ອນ​ໄຫວຕ່າງໆ​ດ້ານ​​ເສດ​ຖະກິດ, ການວາງ​ແຜນ​ນະ​ໂຍບາຍ​ກ່ຽວ​ກັບ​ເສດຖະກິດ​ສັງຄົມ​ຂອງ​ສະຫະ​ປະຊາ​ຊາດ”.

ຂ່າວ/ບົດ​ອື່ນ