ຫວຽດນາມໄດ້ຮັບການເລືອກຕັ້ງເປັນປະທານກຸ່ມເອກອັກຄະລັດຖະທູດບັນດາປະເທດໃຊ້ພາສາຝລັ່ງສາກົນຢູ່ສະວິດ

(VOVWORLD) -ວັນທີ 19 ກຸມພາ, ຢູ່ນະຄອນຫຼວງ Bern, ຫົວໜ້າບັນດາອົງການຕາງໜ້າທູຕານຸທູດໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະຄັ້ງທີ 8 ຂອງກຸ່ມເອກອັກຄະລັດຖະທູດບັນດາປະເທດໃຊ້ພາສາສາຝລັ່ງ ສາກົນ (GAF) ໄດ້ເຫັນດີນຳກັນເລືອກຕັ້ງເປັນປະທານ GAF ອາຍຸການ 2018.

ຫວຽດນາມໄດ້ຮັບການເລືອກຕັ້ງເປັນປະທານກຸ່ມເອກອັກຄະລັດຖະທູດບັນດາປະເທດໃຊ້ພາສາຝລັ່ງສາກົນຢູ່ສະວິດ - ảnh 1 ທ່ານເອກອັກຄະລັດຖະທູດ ຟ້າມຫາຍບັ່ງ

(ພາບ: TTXVN)

ດ້ວຍຂໍ້ຕົກລົງດັ່ງກ່າວ, ຫວຽດນາມ ແມ່ນປະເທດທຳອິດຮັບດຳລົງຕຳແໜ່ງເປັນປະທານ GAF ພາຍຫຼັງອາຍຸການຂອງປະເທດເຈົ້າພາບສະວິດ. ກ່າວຄຳຂອບອົກຂອບໃຈຕໍ່ບັນດາປະເທດສະມາຊິກທີ່ມີຄວາມໄວ້ເນື້ອເຊື່ອໃຈຫວຽດນາມ, ທ່ານເອກອັກຄະລັດຖະທູດ ຟ້າມຫາຍບັ່ງ ຢັ້ງຢືນ ຈະມານະພະຍາຍາມປະກອບສ່ວນເຂົ້າໃນການພັດທະນາຂອງ GAF, ປະຕິບັດບົດບາດເປັນຂົວເຊື່ອມຕໍ່ລະຫວ່າງບັນດາປະເທດສະມາຊິກຂອງອົງການໃຊ້ພາສາຝລັ່ງ ສາກົນ (OIF) ໃຫ້ເປັນຢ່າງດີ ແລະ ໃນຕໍ່ໜ້າແມ່ນສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວໃນສັບປະດາໃຊ້ພາສາສາຝລັ່ງ ສາກົນ ຢູ່ສະວິດ ໃນເດືອນ ມີນາ ຈະມາເຖິງ. ທ່ານເອກອັກຄະລັດຖະທູດ ຟ້າມຫາຍບັ່ງ ກໍ່ສະເໜີໃຫ້ກະຊວງການຕ່າງປະເທດສະວິດ, ຫົວໜ້າບັນດາອົງການທູຕານຸທູດສະມາຊິກ ຕັ້ງໜ້າໜູນຊ່ວຍຫວຽດນາມ ປະຕິບັດໜ້າທີ່ເປັນປະທານໃຫ້ປະກົດຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ