ຫວຽດນາມ-ໄທມຸ່ງໄປເຖິງການພັດທະນາແບບຍືນຍົງແລະຄວາມໝັ້ນຄົງໃນພາກພື້ນ

ຫວຽດນາມ-ໄທມຸ່ງໄປເຖິງການພັດທະນາແບບຍືນຍົງແລະຄວາມໝັ້ນຄົງໃນພາກພື້ນ - ảnh 1
ທ່ານ ຫງວຽນ​ເຕີ​ດ​ແທ່ງ ​ເອກ​ອັກຄະ​ລັດຖະທູດ
ຫວຽດນາມ ປະຈຳ ​ໄທ

(vovworld) – ​ ​ ວັນ​ທີ 12/07 ຢູ່ ບາງກອກ ປະ​ເທດ ​ໄທ, ​ໄດ້ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ ​ເພີ່ມ​ທະວີ​ການ​ພົວພັນລະຫວ່າງ ຫວຽດນາມ - ​ໄທ ​ເພື່ອ​ຄວາມ​ວັດທະນາ​ຖາວອນ​ລວມ, ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ຄວາມ​ໝັ້ນຄົງໃນ​ພາກ​ພື້ນ. ກອງ​ປະຊຸມ​ສຳ​ມະ​ນາ​ໂດຍ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ຄວາມໝັ້ນຄົງ​ແລະ ສາກົນ, ມະຫາວິທະຍາ​ໄລ ຈຸລາ​ລົງ​ກອນ ​ແລະ ສະ​ຖາ​ບັນ​ຄົ້ນຄວ້າ ອາ​ຊຽນ ຂຶ້ນ​ກັບສະພາ​ມະ​ຫາ​ບັນ​ດິດວິທະຍາສາດ​ສັງຄົມ ຫວຽດນາມ ສົມທົບ​ກັນ​ຈັດ​ຕັ້ງຂຶ້ນ. ນີ້​ແມ່ນ​ການ​ເຄື່ອນ​​ໄຫວ​ທີ່​ນອນ​ໃນ​ບັນດາ​ເຫດການ ສະ​ເຫຼີມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງການ​ພົວພັນ​ທາງ​ການ​ທູດ ຫວຽດ​ນາມ - ​ໄທ (06/08/1976 – 06/08/2016). ກ່າວ​ຄຳ​ເຫັນ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ຫງວຽນ​ເຕີ​ດ​ແທ່ງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ​ໄທ ​ໃຫ້​ຮູ້​ວ່າ: ​ໄທ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ ອາ​ຊຽນ ສຸດ​ທ້າຍ​ທີ່​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ກັບ ຫວຽດນາມ ​ແຕ່​ພັດ​ແມ່ນ​ປະ​ເທດ​ທຳ​ອິດທີ່​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ຫວຽດນາມ.

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ປຶກສາ​ຫາລືບັນດາ​ທັດສະນະ​ກ່ຽວ​ກັບ​ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ (CLMVT), ຫຼັກ​ໝັ້ນ​ຂອງ ອາ​ຊຽນ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ພາຍຫລັງ​ຄຳ​ຕັດສິນ​ຂອງ​ສານ​ກຳມະການ​ປະຈຳ (PCA), ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ບັນຫາ​ກ່ຽວ​ກັບ​ບັນດາ​ເຂື່ອນ​ໄຟຟ້າ​ຢູ່ຕົ້ນ​ນ້ຳ​ທີ່​ມີ​ຜົນສະທ້ອນ​ເຖິງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ​ແງ່​ຫວັງ​ແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກໃຫ້​ເທົ່າທຽ​ມກັບ​ແລວເສດຖະກິດທາງ​ທິດ​ໃຕ້.

 

ຂ່າວ/ບົດ​ອື່ນ