ຫວຽດນາມໄວ້ທຸກລະດັບຊາດຜູ້ນຳກູບາFidel Castro Ruz ໃນວັນທີ 04/12/2016

ຫວຽດນາມໄວ້ທຸກລະດັບຊາດຜູ້ນຳກູບາFidel Castro Ruz ໃນວັນທີ 04/12/2016 - ảnh 1
ຫວຽດນາມໄວ້ທຸກລະດັບຊາດຜູ້ນຳກູບາ
Fidel Castro Ruz ໃນວັນທີ 04/12/2016
(ພາບປະກອບ)

(vovworld) - ​ ​ແຈ້ງ​ການ​ພິ​ເສດ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາ​ງພັກ​ກອມ​ມູນິດ ຫວຽດ​ນາມ, ສະພາ​ແຫ່ງຊາດ​ແຫ່ງ​ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ, ປະທານ​ປະ​ເທດ​ແຫ່ງ​ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ, ລັດຖະບານ​ແຫ່ງສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ, ຄະນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​​ເທດ​ຊາດ ຫວຽດນາມ.

        ​ເພື່ອ​ສະ​ແດງຄວາມ​​ເສົ້າ​ສະຫຼົດ​ໃຈ, ຄວາມ​ຮູ້​ບຸນຄຸນ​ຜູ້ນຳ Fidel Castro Ruz ​ແລະ ​ເລີ່​ມ ມາຈາກສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ ຫວຽດນາມ - ກູ​ບາ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ, ສະພາ​ແຫ່ງຊາດ​ແຫ່ງ​ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ, ປະທານ​ປະ​ເທດ​ແຫ່ງ​ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ, ລັດຖະບານ​ແຫ່ງສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ​ແລະ ຄະນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​​ເທດ​ຊາດ ຫວຽດນາມ ​ໄດ້​ຕົກ​ລົງ​ໄວ້​ທຸກ​ຜູ້ນຳ Fidel Castro Ruz ດ້ວຍ​ພິທີ​ໄວ້​ທຸກ​ລະດັບ​ຊາດ​ໃນ​ວັນ​ທີ 04/12/2016. ​ໃນ​ໄລຍະ​ເວລາ​ນີ້, ບັນດາ​ອົງການ​ສຳນັກງານ​ໃນ​ທົ່ວ​ປະ​ເທດ ​ແລະ ບັນດາ​ອົງການ​ຕາງ​ໜ້າຂອງ ຫວຽດນາມ ປະຈຳ​ຕ່າງປະ​ເທດລົດ​ທຸງ​ລົງ​ເຄິ່ງ​ເສົາ, ມີ​ໂປ​ໄວ້​ທຸກຕາມການກຳນົດ, ບໍ່​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວບັນ​ເທີ​ງສາທາລະນະ.

        ຝ່າຍ​ ກູ​ບາ, ພັກ ​ແລະ ລັດ ກູ​ບາ ​ໄດ້​ຕົກລົງ​ໄວ​​້ທຸກ​ລະດັບ​ຊາດ​ຜູ້ນຳ Fidel Castro Ruz 9 ວັນ, ເລີ່​ມ​ແຕ່ 6 ​ໂມງ 00 ​ເຊົ້າ​ວັນ​ທີ 26/11 ​ເຖິງ 12 ​ໂມງ 00 ວັນ​ທີ 04/12/2016 (ຕາ​ມ​ເວລາ ກູ​ບາ); ພິທີ​ຝັງ​ສົບ​ຜູ້ນຳ Fidel Castro Ruz ຈະ​ໄດ້​ຈັດ​ຕັ້ງ​ໃນ​ເວລາ 7 ​ໂມງ 00 ຕອນ​ເຊົ້າ​ວັນ​ທີ 04/12/2016 ຢູ່ສຸສານ​ນະຄອນ Santiago de Cuba. ຜູ້ນຳ ກູ​ບາ Fidel Castro Ruz ​ແມ່ນ​ເພື່ອນ​ໃຫຍ່​ກ່ວາ​ໝູ່ ທີ່​ສະໜິດ​ຕິ​ດພັນ​ກັບພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ທີ່​ສຸ​ດ. ບົນ​ເວທີ​ສາ​ກົນ ຜູ້ນຳ ກູ​ບາ Fidel Castro Ruz ​ແມ່ນ​ນັກ​ການ​ເມືອງ ​ແລະ ການ​ນຳ​ທີ່ດີ​ເລີດ​ໃນ​ຂະ​ບວນການ​ກອມ​ມູນິດ ​ແລະ ກຳມະກອນ​ສາກົນ, ປະກອບສ່ວນອັນ​ໃຫຍ່ຫລວງ ​ແລະ ຕັ້ງໜ້າ​ໃຫ້​​ແກ່ຂະ​ບວນການຕໍ່​ສູ້​ປົດ​ປ່ອຍ​ປະ​ເທດ​ຊາດ, ຕ້ານພວກ​ຈັກກະພັດ​ມະຫາອຳນາດ ​ແລະ ກົດ​ຂີ່​ຂູດ​ຮີດ, ຕ້ານ​ລັດທິຈຳ​ແນ​ກ​ເຊື້ອ​ຊາດ​, ​ເພື່ອ​ສັນຕິພາບ ​ແລະ ຍຸຕິ​ທຳ​ໃນ​ໂລກ​ກ່ວາ 50 ປີຜ່ານມາ.

 

 

ຂ່າວ/ບົດ​ອື່ນ