ຫວຽດນາມ-ໄອແລນຊຸກຍູ້ການຮ່ວມມື2ຝ່າຍໃນຫຼາຍຂົງເຂດ

ຫວຽດນາມ-ໄອແລນຊຸກຍູ້ການຮ່ວມມື2ຝ່າຍໃນຫຼາຍຂົງເຂດ - ảnh 1
ທ່ານ​ປະທານາທິບໍດີສ.ອາຍ​ແລ​ນ, Olafur Ragnar
(ພາບປະກອບ: icenews.is)


(vovworld) – ຕອນ​ເຊົ້າວັນ​ທີ 04/11, ຢູ່​ສຳນັກງານ​ປະທານ​ປະ​ເທດ, ​ໄດ້​ຈັດ​ພິທີ​ຕ້ອນຮັບ​ທ່ານ​ປະທານາທິບໍດີສ.ອາຍ​ແລ​ນ, Olafur Ragnar ​ແລະ ພັນ​ລະ​ຍາ​ເນື່ອງ​ໃນ​ໂອກາດ​ເລີ່ມຕົ້ນ​ການ​ຢ້ຽມຢາມທາງ​ລັດຖະກິດ​ຫວຽດນາມ ໃນ​ລະຫວ່າ​ງວັນ​ທີ 03 – 06/11, ຕາມ​ຄຳເຊີນ​ຂອງ​ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີ​ນຊາງ. ພາຍຫຼັງ​ພິທີ​ຕ້ອນຮັບ, ການ​ນຳ 2 ທ່ານ​ໄດ້​ຖື​ວ່າ, ນັບ​ແຕ່​​ວັນສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ ​ເມື່ອ​ວັນ​ທີ 05/08/1973, ການ​ພົວພັນ​ດ້ານ​ການ​ເມືອງ​ລະຫວ່າງ 2 ປະ​ເທດ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ດີ​ງາມ, ​ແຕ່​ວ່າ, ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ 2 ປະ​ເທດ ຍັງ​ບໍ່​ທັນ​ເໝາະ​ສົມ​ກັບ​ການ​ພົວພັນ​ດ້ານ​ການ​ເມືອງ​ອັນ​ດີງາມ​ເທື່ອ. ການ​ນຳ 2 ທ່ານ ​ໄດ​້​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ແກ້​ໄຂ​ເພື່ອ​ຊຸກຍູ້​ການ​ພົວພັນ 2 ຝ່າຍ, ຂຸ​ດຄົ້ນ​ທ່າ​ແຮງ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ, ການ​ສຶກສາ… ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອໃຫ​້ວິ​ສາ​ຫະກິດ 2 ຝ່າຍ​ຊອກ​ຮູ້ ​ແລະ ​ເພີ່ມ​ທະວີ​ການ​ພົວພົວຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງທຶນ; ຊຸກຍູ້ການ​ລົງ​ນາມ​ໃນ​ສັນຍາ​ກາ​ນຄ​້າ​ເສລີ​ລະຫວ່າງ​ຫວຽດນາມ ​ແລະ​ ກຸ່ມການ​ຄ້າ​ເສລີ​ເອີ​ລົບ (EFTA); ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຢູ່​ບັນດາ​ເວທີ​ປາ​ໄສ​ສາກົນ.

ຂ່າວ/ບົດ​ອື່ນ