ຫວຽດນາມໜູນຊ່ວຍລາວປ້ອງກັນ,ຕ້ານໂລກລະບາດໂຄວິດ-19

(VOVWORLD) -ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳລາວ ໄດ້ມອບເງິນຈຳນວນ 60 ລ້ານກີບໃຫ້ຜູ້ຕາງໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງລາວ

ຫວຽດນາມໜູນຊ່ວຍລາວປ້ອງກັນ,ຕ້ານໂລກລະບາດໂຄວິດ-19 - ảnh 1 ພິທີມອບເງິນຈຳນວນ 60 ລ້ານກີບເພື່ອໜູນຊ່ວຍການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງລາວ

(ພາບ: vietnamplus.vn)

ຕອນເຊົ້າວັນທີ 22 ເມສາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳລາວ ໄດ້ມອບເງິນຈຳນວນ 60 ລ້ານກີບໃຫ້ຜູ້ຕາງໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງລາວ, ຈຳນວນເງິນດັ່ງກ່າວໂດຍພະນັກງານ, ພາລະກອນສະຖານທູດ ແລະ ບັນດາອົງການອ້ອມຂ້າງສະຖານທູດຫວຽດນາມ ປະຈຳລາວ ສະໜັບສະໜູນເພື່ອແນໃສ່ພ້ອມກັບລັດຖະບານ ແລະ ປະຊາຊົນລາວ ໃນວຽກງານຄວບຄຸມ, ຕ້ານໂລກລະບາດຢູ່ປະເທດນີ້.

ໂດຍຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ, ທ່ານ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ລາວ, ໄດ້ກ່າວສະແດງຄວາມຂອບໃຈຕໍ່ນ້ຳໃຈຂອງພະນັກງານ, ພາລະກອນສະຖານທູດ ກໍຄືບັນດາອົງການອ້ອມຂ້າງສະຖານທູດຫວຽດນາມ ປະຈຳລາວ. ທ່ານລັດຖະມົນຕີ ບຸນກອງ ສີຫາວົງ, ກໍ່ຢືນຢັນວ່າ, ບັນດາການໜູນຊ່ວຍ, ການຊ່ວຍເຫຼືອຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງຫວຽດນາມ ບໍ່ພຽງແຕ່ປະກອບສ່ວນສຳຄັນເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ລາວ ເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນນ້ຳໃຈຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນລາວ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ