ຫົວໂປ່ຂັ້ນສູງຂອງເຄືອຂ່າຍ Al-Qaeda ຖືກດັບສູນຢູ່Yemen

ຫົວໂປ່ຂັ້ນສູງຂອງເຄືອຂ່າຍ Al-Qaeda ຖືກດັບສູນຢູ່Yemen - ảnh 1
(ພາບ​ປະ​ກອບ: THX/ TTXVN)

(vovworld) - ວັນ​ທີ 2/1, ບັນດາ​ເຈົ້າ​ໜ້າ​ທີ່ ​ Yemen​ໃຫ້​ຮູ້​ວ່າ, ກຳລັງ​ນິຍົມ​ລັດຖະບານ​ນີ້ ​ໄດ້​ບຸກ​ໂຈມ​ຕີ ​ແລະ​ດັບ​ສູນ  Ali Abed al-Rab bin Talab ຫົວ​ໂປ່ຂັ້ນ​ສູງ​ຂອງ​ເຄືອ​ຂ່າຍ​ກໍ່​ການ​ຮ້າຍ​ສາກົນ Al-Qaeda​, ພ້ອມ​ກັບ​ເປົ້າ​ໝາຍ​ອື່ນ 3 ຄົນ​ຢູ່​ແຂວງ Abyan, ທາງ​ພາກ​ໃຕ້ Yemen. ຂະ​ບວນລົດ​ຂອງ Ali Abed al-Rab bin Talab ຖືກ​ບຸກ​ໂຈມ​ຕີ​ໃນ​ວັນ​ທີ 1/1 ​ເມື່ອ​ພວມ​ໄປ​ສູ່​ນະຄອນ​ທ່າ Aden ຢູ່​ພາກ​ໃຕ້ ​ Yemen. ​ Yemen ​ຖືກ​ຕົກຢູ່​ໃນ​ສະພາບວຸ້ນວາຍ ນັບ​ແຕ່​ພວກ​ທະຫານ​ແຕກ​ທັບ Houthi ​ໄດ້​ຮັບ​ການ​ໜູນ​ຫຼັງ​ຈາກ​ກຳລັງ​ຈົ່ງ​ຮັກ​ພັກດີ​ກັບ​ປະທານາທິບໍດີ​ຜູ້​ຖືກ​ໂຄ່ນ​ລົ້ມ Ali Abdullah Saleh ຢືດຄອງ​ນະຄອນຫຼວງ Sanaa ​ເມື່ອ​ເດືອນ 9/2014, ຫຼັງ​ຈາກ​ນັ້ນ​​ໄດ້​ຂະຫຍາຍ​ໄປ​ສູ່​ພາກ​ໃຕ້​ເມື່ອ​ເດືອນ 3/2015 ​ແລະ ຄວບ​ຄຸ​ມຫຼາຍ​ເຂດ​ຢູ່ ​ Yemen.

ຂ່າວ/ບົດ​ອື່ນ