ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຢ້ຽມຢາມ, ອວຍພອນວັນບຸນຄຼິດສະມາດຢູ່ເຂດຊາວຄຼິດ ບູຍຈູ, ແຂວງ ນາມດິ້ງ

(VOVWORLD) - ເມື່ອມາຢ້ຽມຢາມ, ອວຍພອນສັງຄະລາດ ຫວູດິ່ງຮ້ຽວ ພ້ອມດ້ວຍບັນດາຜູ້ມີຍົດຖາບັນດາສັກ, ສຳນັກງານສັງຄະລາດເຂດຊາວຄຼິດ ບູຍຈູ (ຕາແສງ ຊວນງອັກ, ເມືອງ ຊວນເຈື່ອງ, ແຂວງ ນາມດິ້ງ) ເນື່ອງໃນໂອກາດວັນບຸນ ຄຼິດສະມາດ 2018, ວັນທີ 15 ທັນວາ, 
ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຢ້ຽມຢາມ, ອວຍພອນວັນບຸນຄຼິດສະມາດຢູ່ເຂດຊາວຄຼິດ ບູຍຈູ, ແຂວງ ນາມດິ້ງ - ảnh 1 ທ່ານນາງ ເຈືອງທິມາຍ  ຢ້ຽມຢາມ, ອວຍພອນວັນບຸນຄຼິດສະມາດຢູ່ເຂດຊາວຄຼິດ ບູຍຈູ, ແຂວງ ນາມດິ້ງ (ພາບ: TTXVN)

ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ໄດ້ຮັບຮູ້ການປະກອບສ່ວນຂອງສັງຄະລາດ, ບັນດາຜູ້ມີຍົດຖາບັນດາສັກ, ຊາວຄຼິດເຂດຊາວຄຼິດ ບູຍຈູ ໃນພາລະກິດສ້າງສາ ແລະ ພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ, ປະເທດຊາດ, ປະກອບສ່ວນເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກປາດຖະໜາວ່າ: ໃນໄລຍະຈະມາເຖິງ, ຄຸນພໍ່, ຜູ້ມີຍົດຖາບັນດາສັກ, ພໍ່ແມ່ປະຊາຊົນຊາວຄຼິດ ນັບມື້ນັບມີຄວາມຜູກພັນ, ປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ, ຄຳສັ່ງສອນຂອງສັນຕະປາປາເປັນຢ່າງດີ ແລະ ທິດທາງຂອງສະພາສັງຄະລາດ ຫວຽດນາມ “ດຳລົງຊີວິດຢ່າງມີຄວາມຜາສຸກ”.

ຕອບກັບ

ຂ່າວ/ບົດ​ອື່ນ