ຫົວໜ້າຄະນະຈັດຕັ້ງສູນກາງພັກ ຟ້າມມິງຈິ໊ງ ຕ້ອນຮັບ ທູດພິເສດຂອງທ່ານນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ

(VOVWORLD) -ການພົວພັນຫວຽດນາມ - ຍີ່ປຸ່ນ ກຳລັງຢູ່ໃນໄລຍະພັດທະນາດີງາມ. ສອງປະເທດຫວຽດນາມ ແລະ ຍີ່ປຸ່ນມີຫຼາຍຈຸດວັດທະນະທຳຄ້າຍຄືກັນ, ມີຜົນປະໂຫຍດຍຸດະສາດທີ່ຄ້າຍຄືກັນຫຼາຍຢ່າງ...

ຫົວໜ້າຄະນະຈັດຕັ້ງສູນກາງພັກ ຟ້າມມິງຈິ໊ງ ຕ້ອນຮັບ ທູດພິເສດຂອງທ່ານນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ - ảnh 1 ທ່ານ ຟ້າມມິງຈິ໊ງ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ຍີ່ປຸ່ນ ໄດ້ໃຫ້ການຕ້ອນຮັບທ່ານ Nikai Toshihiro ເລຂາທິການໃຫຍ່ຂອງພັກປະຊາທິປະໄຕເສລີ ຍີ່ປຸ່ນ (ພາບ:Trong Duc/TTXVN)

  ຕອນບ່າຍວັນທີ 26 ກັນຍາ, ທີ່ຮ່າໂນ້ຍ, ທ່ານ ຟ້າມມິງຈິ໊ງ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ຍີ່ປຸ່ນ ໄດ້ໃຫ້ການຕ້ອນຮັບທ່ານ Nikai Toshihiro ເລຂາທິການໃຫຍ່ຂອງພັກປະຊາທິປະໄຕເສລີ ຍີ່ປຸ່ນ (LDP), ປະທານສະຫະພັນ ລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ທູດພິເສດຂອງທ່ານນາຍົກລັດຖະມົນຕີ Shinzo Abe ທີ່ໄດ້ເດີນທາງມາສະແດງຄວາມເສົ້າສະຫຼົດໃຈ ແລະ ເຂົ້າຮ່ວມພິທີງານສົບຂອງທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ.

ທີ່ການຕ້ອນຮັບ, ສອງຝ່າຍເຫັນດີເປັນເອກະພາບໂດຍຖືວ່າ ການພົວພັນຫວຽດນາມ - ຍີ່ປຸ່ນ ກຳລັງຢູ່ໃນໄລຍະພັດທະນາດີງາມ. ສອງປະເທດຫວຽດນາມ ແລະ ຍີ່ປຸ່ນມີຫຼາຍຈຸດວັດທະນະທຳຄ້າຍຄືກັນ, ມີຜົນປະໂຫຍດຍຸດະສາດທີ່ຄ້າຍຄືກັນຫຼາຍຢ່າງ, ສອງຝ່າຍຕ່າງມີຄວາມສົນໃຈໃນຂົງເຂດການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ; ຄວາມໄວ້ເນື້ອເຊື່ອໃຈການພົວພັນລະຫວ່າງສອງປະເທດນັບມືນັບພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ