ຫົວໜ້າອົງການຜູ້ຕາງໜ້າຫວຽດນາມຢູ່ຕ່າງປະເທດແມ່ນຂົວຕໍ່ທີ່ມີປະສິດທິຜົນລະຫວ່າງນະຄອນໂຮ່ຈີມິນກັບປະເທດຕ່າງໆ

ຫົວໜ້າອົງການຜູ້ຕາງໜ້າຫວຽດນາມຢູ່ຕ່າງປະເທດແມ່ນຂົວຕໍ່ທີ່ມີປະສິດທິຜົນລະຫວ່າງນະຄອນໂຮ່ຈີມິນກັບປະເທດຕ່າງໆ - ảnh 1
ທ່ານ ເລ​ຮ່​ວາງກວ​ນ
(ພາບ​ປະ​ກອບ)

(vovworld) – ຕອນ​ບ່າຍ​ວັນ​ທີ 3/6, ທີ່​ສຳ​ນັກ​ງານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ, ທ່ານ ເລ​ຮ່​ວາງກວ​ນ, ປະ​ທານ​ຄະ​ນະ​ກຳ​ມ​ະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຫົວ​ໜ້າ​ອົງ​ການ​ຜູ້​ຕາງ​ໜ້າ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ອາ​ຍຸ​ການ 2015 – 2018 ກ່ອນ​ທີ່​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​, ໂດ​ຍ​ທ່ານ ຫງວຽນ​ກວກ​ເກື່ອງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ຄົນ​ໃໝ່​ປະ​ຈຳ ຍີ່​ປຸ່ນ ເປັນ​ຫົວ​ໜ້າ​ຄະ​ນະ. ທີ່​ການ​ຕ້ອນ​ຮັບ, ທ່ານ ເລ​ຮ່​ວາງກວນ ປາດ​ຖະ​ໜາ​ວ່າ: ໃນ​ໄລ​ຍະ​ປະ​ຕິ​ບັດ​ງານ​ຢູ່​ຕ່າງ​ປະ​ເທດ, ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈະ​ໜູນ​ຊ່ວຍ​ນະ​ຄອນ ໂຮ່​ຈີ​ມິນ ໃນ​ການ​ເຊື່ອມ​ຕໍ່​ນະ​ຄອນ​ກັບ​ສາ​ກົນ, ຊຸກ​ຍູ້​ການ​ພົວ​ພັນ​ຕ່າງ​ປະ​ເທດ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ພິ​ເສດ​ແມ່ນ​ກັບ​ບັນ​ດາ​ປະ​ເທດ, ບັນ​ດາ​ນະ​ຄອນ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ, ຄູ່​ຮ່ວມ​ມື​ສຳ​ຄັນ​ກ່ຽວ​ກັບ​ດ້ານ​ເສ​ດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ.


ຂ່າວ/ບົດ​ອື່ນ