ຫ້ອງວ່າການ ສະພາແຫ່ງຊາດສະຫຼຸບການປະຕິບັດ ລັດຖະທຳມະນູນປີ 1992

ຕອນ​ເຊົ້າ​ວັນ​ທີ 18 ມັງກອນ​ຢູ່​ຮ່າ​ໂນ້ຍ, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ໄດ້​ສະຫຼຸບ​ການປະຕິບັດ​ລັດຖະທຳ​ມະນູ​ນປີ 1992. ​ແຕ່​ປີ 1992 ມາ​ຮອດ​ປະຈຸ​ບັນ, ການ​ເຄື່ອນ​ໄຫວ​ດ້ານ​ນິຕິບັນຍັດ​ໄດ້​ຮັບ​ຄວາມເອົາ​ເອົາ​ໃຈ​ໃສ່​ຈາກ​ສະພາ​ແຫ່ງ​ຊາດ​ບົນ​ພື້ນຖານ ລັດຖະທຳ​ມະນູນ​ປີ 1992 ​ແລະ ບັນດາ​ແຜນ​ນະ​ໂຍບາຍ, ​ແນວທາງ, ນະ​ໂຍບາຍ​ຂອງ​ພັກ. ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ໄດ້​ສຸມ​ໃສ່​ບັນດາ​ບັນຫາ​ທີ່​ເຄັ່ງຮ້ອນ​ໃນ​ການ​ດຳລົງຊີວິດ​, ​ໂດຍ​ກວມລວມ​ບັນດາ​ຂົງ​ເຂດ​ຂອງ​ສັງຄົມ​ເກືອບ​ທັງ​ໝົດ, ​ເປັນ​ເຈົ້າ​ການ​ປະຕິບັດ​ໜ້າ​ທີ່, ສິດ​ຂອງ​ຕົນ​ໃນ​ການ​ຕັດສິນ​ບັນດາ​ບັນຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ, ​ໂດຍ​ສະ​ເພາະ​ກ່ຽວ​ກັບ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ, ຕົກລົງ​​ແຜນງົບປະມາ​ນແຫ່ງ​ລັດ ​ແລະ ​ບັນດາໂຄງການ, ກິດຈະການກໍ່ສ້າງສຳຄັນ​ຂອງ​ປະ​ເທດ​ຊາດ. ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ຢູ່​ບັນດາ​ກອງ​ປະຊຸມ​ນັບ​ມື້​ນັບ​ມີປະຊາທິ​ປະ​ໄຕ, ປະສິດທິ​ຜົນ​ ​ແລະ ມີການ​ປ່ຽນ​ແປງ​ໃໝ່, ​ໄດ້​ຮັບ​ການ​ຕິດ​ຕາມ, ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ.

ຢູ່​ທີ່​ກອງ​ປະຊຸມ​ສະຫຼຸບ, ບັນດາຜູ້​ແທນ​ໄດ້​ຖື​ວ່າ. ລັດຖະທຳ​ມະນູນ​ຕ້ອງ​ກຳນົດ​ບັນດາ​ເປົ້າ​ໝາຍ​ທີ່ມີ​ສິດນຳສະ​ເໜີ​ຂໍ້​ລິ​ເລີມ​ດ້ານ​ກົດໝາຍ​ເຂົ້າ​ໃນ​ຮ່າງ​ກົດໝາຍ, ​ໃຫ້​ບຸລິມະສິດ​​ແກ່​ການ​ຍື່ນສະ​ເໜີຂອງ​ລັດຖະບານ, ຕອບສະໜອງ​ຄວາມ​ຕ້ອງການ​ໃນ​ການ​ຄຸ້ມ​ຄອງ​​ລັດ, ຄຸ້ມ​ຄອງ​ສັງຄົມ. ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ, ລັດຖະທຳ​ມະນູນ​ຄວນ​ສຸມ​ໃສ່​ບັນດາ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ​ຄັດ​ເລືອກ ​ແລະ ​ໃຫ້​ສັດຕະຍາບັນ. ລັດຖະທຳ​ມະນູນ​ກໍ່​ຕ້ອງ​​ແຈ້ງ​ກ່ຽວ​ກັບ​ບັນດາ​ບັນຫາສຳຄັນ​ຂອງ​ປະ​ເທດ​ຊາດ​ທີ່​ຂື້ນ​ກັບ​ສິດ​ຕັດສິນ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ອື່ນໆ. ກ່ຽວ​ກັບ​ທີ່​ຕັ້ງ​ບົດບາດ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງຊາດ​ໃນ​ລັດຖະທຳ​ມະນູນ, ທ່ານ ດັ້ງ​ວັນ​ຈ໋ຽນ, ຮອງ​ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ໄດ້ມີ​ຄຳ​ເຫັນວ່າ.

“ຄວນເລືອກ​​ເອົາວິທີ​ໃດ​ເພື່ອ​ປັບປຸງຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃນ​​ສະພາ​ແຫ່ງ​ຊາດ​ຊຸດ​ທີ່ຈະ​ມາ​ເຖິງ​ຂອງ ຫວຽດນາມ ​ແລະ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃນ​ສາຍທີ່​ກ່ຽວພັນຂອງ​ບັນ​ດາ​ອົງການ​ແຫ່ງ​ລັດ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ບໍ່​ພຽງ​ແຕ່​ພົວພັນ​ກັບ​ສະພາ​ຊົນ​ເຜົ່າ, ບັນດາ​ກຳ​ມະ​ທິການ​ເທົ່າ​ນັ້ນ, ສະພາ​ແຫ່ງ​ຊາດ​ຍັງ​ມີ​ສາຍ​ພົວພັນ​ເພື່ອ​​ແກ້ໄຂວຽກງານ​ຂອງ​ສະພາ​ແຫ່ງ​ຊາດ​ກັບ ລັດຖະບານ, ສານ, ​ໄອຍະ​ການ, ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ ” .
ຂ່າວ/ບົດ​ອື່ນ