ຫ້ອງວ່າການປະທານປະ ເທດປະກາດກົດໝາຍ, ມະຕິບາງສະບັບ


ຫ້ອງວ່າການປະທານປະ ເທດປະກາດກົດໝາຍ, ມະຕິບາງສະບັບ - ảnh 1

(ພາບປະກອບ: www.baonghean.vn)

(vovworld)– ​ ​ ຕອນ​​ເຊົ້າວັນ​ທີ 11/12, ຫ້ອງ​ວ່າການ​ປະທານ​ປະ​ເທດ​​ໄດ້​ຈັດການ​ປະຊຸມ​ຂ່າວປະກາດ​ກົດໝາຍ 5 ສະບັບຊື່ງຫາ​ກໍ່​ໄດ້​ຮັບ​ການ​ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ​ໃນ​ນັ້ນມີ​ກົດໝາຍ​ວ່າ​ດ້ວຍ​ການຈັດຕັ້ງສະພາ​ແຫ່ງ​ຊາດ; ກົດໝາຍ​ວ່າ​ດ້ວຍ​ບັດປະຈຳຕົວ​ພົນລະ​ເມືອງ; ກົດໝາຍ​ສະບັບ​ປັບປຸງ ​ແລະ ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການບິນ​ພົນລະ​ເຮືອນ​ຫວຽດນາມ. ​ໃນ​ໂອກາດ​ນີ້, ມະຕິ 3 ສະບັບ​ໄດ້​ຮັບ​ການ​ປະກາດ​ແມ່ນ: ມະຕິ​ໃຫ້​ສັດຕະຍາບັນ​ສົນທິສັນຍາ​ຂອງ ສປຊ ກ່ຽວ​ກັບ​ການ​ຕ້ານ​ການ​ທໍລະມານ ​ແລະ ບັນ​ດາ​ຮູບ​ການ​ປະພຶດ ​ແລະ ລົງ​ໂທດ​ຢ່າງ​ໂຫດ​ຮ້າຍ, ​ໄຮ້​ມະນຸ​ດສະ​ທຳ; ມະຕິ​ກ່ຽວ​ກັບ​ການ​​ໃຫ້ສັດຕະຍາບັນ​ສົນທິສັນຍາ​ຂອງ ສປຊ ກ່ຽວ​ກັບສິດ​ຂອງ​ຄົນ​ພິການ, ມະຕິ​ກ່ຽວ​ກັບ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສຳລັບ​ຜູ້​ດຳລົງ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ ປຊຊ​ ​ເລືອກ​ຕັ້ງຫຼື​ໃຫ້​ສັດຕະຍາບັນ./.​

ຂ່າວ/ບົດ​ອື່ນ