ຫ້ອງວ່າການປະທານປະເທດຈັດການປະຊຸມຂ່າວປະກາດກົດໝາຍ9ສະບັບແລະມະຕິ2ສະບັບ

ຫ້ອງວ່າການປະທານປະເທດຈັດການປະຊຸມຂ່າວປະກາດກົດໝາຍ9ສະບັບແລະມະຕິ2ສະບັບ - ảnh 1
ຫ້ອງ​ວ່າການ​ປະທານ​ປະ​ເທດ​ໄດ້​ຈັດການ​ປະຊຸມ​ຂ່າວ
ປະກາດ​ບັນດາ​ຄຳ​ສັ່ງ​ຂອງ​ປະທານ​ປະ​ເທດ​ກ່ຽວ​ກັບ​ກົດໝາຍ​
(ພາບ: congly.com.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 18/12, ຫ້ອງ​ວ່າການ​ປະທານ​ປະ​ເທດ​ໄດ້​ຈັດການ​ປະຊຸມ​ຂ່າວ, ປະກາດ​ບັນດາ​ຄຳ​ສັ່ງ​ຂອງ​ປະທານ​ປະ​ເທດ​ກ່ຽວ​ກັບ​ກົດໝາຍ​ 9 ສະບັບ, ມະຕິ 2 ສະບັບ ຫາ​ກໍ່​ໄດ້​ຮັບການ​ຮອບຮອງ​ເອົາ​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13. ກົດໝາຍ​ 9 ສະບັບ​ລວມມີ: ກົດໝາຍ​ວ່າ​ດ້ວຍຄວາມ​ປອດ​ໄພ​ໃນ​ການ​ສື່ສານ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ; ກົດໝາຍ​ວ່າ​ດ້ວຍ​ການ​​ເຄື່ອນ​ໄຫວຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ​ສະພາ​ປະຊາຊົນ; ກົດໝາຍ​ວ່າ​ດ້ວຍ​ສະຖິຕິ; ກົດໝາຍ​ວ່າ​ດ້ວຍອຸຕຸນິຍົມອຸທົກກະສາດ; ປະມວນ​ກົດໝາຍ​ວ່າ​ດ້ວຍການ​​ເດີນ​ທະ​ເລ ຫວຽດນາມ; ກົດໝາຍ​ວ່າ​ດ້ວຍ​ການບັນຊີ; ກົດໝາຍ​ວ່າ​ດ້ວຍຄ່າ​ບໍລິການ​ ແລະ ຄ່າ​ທຳນຽມ; ກົດໝາຍ​ວ່າ​ດ້ວຍການລົງປະຊາມະຕິ; ກົດໝາຍ​ວ່າ​ດ້ວຍພົນທະຫານອາຊີບ, ກຳມະກອນພາລະ​ກອນ ​ແລະ ລັດຖະກອນ​ປ້ອງ​ກັນຊາ​ດ. ມະຕິ 2 ສະບັບ​ລວມມີ: ມະຕິ​ປະກາດ​ໃຊ້ກ່ຽວ​ກັບ​ກົດລະບຽບ​​ກອງ​ປະຊຸມ​ສະ​ໄໝ​ສາມັນ​ສະພາ​ແຫ່ງ​ຊາດ; ມະຕິ​ກ່ຽວ​ກັບການ​ໃຫ້ສັດຕະຍາບັນອະນຸ​ສັນຍາ​ສະບັບ​ປັບປຸງ ສັນຍາ​ສ້າງ​ຕັ້ງ​ອົງການ​ການ​ຄ້າ ​ໂລກ.

ຂ່າວ/ບົດ​ອື່ນ