ຫ້ອງວ່າການລັດຖະບານ ແລະ JICA ຮ່ວມມືສ້າງລັດຖະບານເອເລັກໂຕນິກ

(VOVWORLD) -ຕອນເຊົ້າວັນທີ 14 ກັນຍາ, ຫ້ອງວ່າການລັດຖະບານຫວຽດນາມ ແລະ ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ໄດ້ຈັດພິທີລົງນາມໃນເອກະສານຜັນຂະຫຍາຍໂຄງການ “ສ້າງການເຄື່ອນໄຫວແຫ່ງລັດຢ່າງມີລັກສະນະອາຊີບທີ່ສຸດ ແລະ ມີປະສິດທິຜົນ ເພື່ອແນໃສ່ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ”.

ຫ້ອງວ່າການລັດຖະບານ ແລະ JICA ຮ່ວມມືສ້າງລັດຖະບານເອເລັກໂຕນິກ - ảnh 1ພິທີລົງນາມລະຫວ່າງຫ້ອງວ່າການລັດຖະບານ ແລະ JICA ຮ່ວມມືສ້າງລັດຖະບານເອເລັກໂຕນິກ

(ພາບ: TTXVN)

ພິທີລົງນາມໂດຍມີການເຂົ້າຮ່ວມຂອງທ່ານ ມາຍຕຽນຢຸງ, ກຳມະການສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ; ທ່ານ Kunio Omeda, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ; ທ່ານ Kitaoka Shinichi ປະທານອົງການ JICA.

        ພິທີລົງນາມຜັນຂະຫຍາຍໂຄງການ “ສ້າງການເຄື່ອນໄຫວແຫ່ງລັດຢ່າງມີລັກສະນະອາຊີບທີ່ສຸດ ແລະ ມີປະສິດທິຜົນ ເພື່ອແນໃສ່ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ” ລະຫວ່າງຫ້ອງວ່າການລັດຖະບານຫວຽດນາມ ແລະ JICA ມີຈຸດປະສົງຢາກສ້າງຂໍ້ຕົກລົງລວມຂອງທັງ 2 ຝ່າຍໃຫ້ແກ່ການປະຕິບັດແຜນການລະອຽດຂອງໂຄງການ. ເປົ້າໝາຍຂອງໂຄງການແມ່ນເພື່ອຍົກສູງຄຸນນະພາບ ແລະ ເພີ່ມທະວີກຳລັງຄວາມສາມາດຂອງລັດຖະກອນຫ້ອງວ່າການລັດຖະບານ ໃນການປະຕິບັດໜ້າທີ່ເປັນເສນາທິການສັງລວມ, ປະສານງານຊ່ວຍລັດຖະບານ, ນາຍົກລັດຖະມົນຕີໃນວິວັດການສ້າງ, ປະກາດໃຊ້ ແລະ ປະຕິບັດກົນໄກ, ນະໂຍບາຍຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ