ຫາງສຽງກ່າວປະນາມກໍລະນີ ບຸກໂຈມຕີແບບກໍ່ການຮ້າຍຢູ່ຝະລັ່ງ

ຫາງສຽງກ່າວປະນາມກໍລະນີ ບຸກໂຈມຕີແບບກໍ່ການຮ້າຍຢູ່ຝະລັ່ງ - ảnh 1
(ພາບ​ປະ​ກອບ)


(vovworld)- ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຝະ​ລັ່ງ Manuel Valls ໃຫ້​ຮູ້​ວ່າ ຝະ​ລັ່ງ​ຈະ​ໄວ້​ທຸກລະ​ດັບ​ຊາດ 3 ວັນນັ​ບ​ແຕ່​ວັນ​ທີ 16/7 ສຳ​ລັບ​ບັນ​ດາ​ຜູ້​ຮັບ​ເຄາະ​ຮ້າຍ​ໃນ​ເຫດ​ບຸກ​ໂຈມ​ຕີ​ອັນ​ສະ​ຫຍອງ​ຂວັນ​ດ້ວຍ​ລົດ​ບັນ​ທຸກ​ຢູ່ Nice ປະ​ເທດ​ຝະ​ລັ່ງເມື່ອ​ວັນ​ທີ 14/7. ໃນ​ຂະ​ນະ​ນັ້ນ, ການ​ນຳບັນ​ດາ​ປະ​ເທດອາ​ຣັບ ເຂດ​ອ່າວ​ເປີ​ເຊຍ ແລະ ຫຼາຍ​ປະ​ເທດ​ອາ​ຊີໄດ້​ພ້ອມ​ກັນ​ກ່າວ​ປະ​ນາມ​ກໍ​ລະ​ນີ​ບຸກ​ໂຈມ​ຕີ​ອັນ​ສະ​ຫຍອງ​ຂວັນ​ດ້ວຍ​ລົດ​ບັນ​ທຸກ​ຢູ່ Nice ປະ​ເທດ​ຝະ​ລັ່ງໃນ​ວັນ​ຊາດ 14/7 ອັນ​ໄດ້​ເຮັດ​ໃຫ້​ມີ​​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 84 ຄົນ ແລະ ປະ​ມານ 150 ຄົນ​ໄດ້​ຮັບ​ບາດ​ເຈັບ. ສ່ວນ 6 ປະ​ເທດ​ສະ​ມາ​ຊິກ GCC ກໍ​ໄດ້​ອອກ​ຖະ​ແຫຼງ​ການ​ກ່າວ​ປະ​ນາມຢ່າງຮຸນ​ແຮງ​ເຫດບຸກ​ໂຈມ​ຕີ​ອັນ​ສະ​ຫຍອງ​ຂວັນ​ດ້ວຍ​ລົດ​ບັນ​ທຸກ​ຢູ່ Nice ປະ​ເທດ​ຝະ​ລັ່ງ. ຊາ​ອຸ​ດິ ອາ​ຣາ​ເບຍ, ສະ​ຫະ​ລັດ​ອາ​ຣັບເອັມ​ມີ​ເລັດ, ເອ​ຢິບ ກໍ​ລ້ວນ​ກ່າວ​ປະ​ນາມ​ກໍ​ລະ​ນີ​ບຸກ​ໂຈມ​ຕີ​ອັນ​ສະ​ຫຍອງ​ຂວັນ​ດັ່ງ​ກ່າວ.

    ໃນ​ວັນ​ດຽວ​ກັນ, ຈີນ, ອົດ​ສະ​ຕາ​ລີ, ອີນ​ເດຍ, ປາ​ກິ​ສະ​ຖານ​ກໍ​ໄດ້​ກ່າວ​ປະ​ນາມ​ກໍ​ລະ​ນີ​ບຸກ​ໂຈມ​ຕີ​ແບບກໍ່​ການ​ຮ້າຍນີ້ ພ້ອມ​ທັງ​ແບ່ງ​​ເບົາຄວາມ​ເສົ້າ​ສະ​ລົດ​ໃຈ ແລະ ເຈັບ​ປວດ​ໄປ​ຍັງ​ບັນ​ດາ​ຄອບ​ຄົວ​ທີ່​ມີ​ຜູ້​ຮັບ​ເຄາະ​ຮ້າຍ.

   ກ່າວ​ຄຳ​ເຫັນ​ຢູ່ນອກກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ-ເອີ​ລົບ​ຄັ້ງ​ທີ 11(ASEM 11) ໄດ້​ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​​ທາງການ​ຢູ່​ນະ​ຄອນຫຼວງ ອູ​ລານ​ບາ​ຕໍ ເທດ​ມົງ​ໂກນ, ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢັຍ​ລະ​ມັນ Angela Merkel ໄດ້​ຢືນ​ຢັນ​ວ່າ ປະ​ເທດນີ້​ຈະ​ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ຝະ​ລັ່ງ​ໃນ​ການ​ສູ້​ຮົບ​ຕ້ານກໍ່​ການ​ຮ້າຍ. ສ່ວນ​ປະ​ທາ​ນາ​ທິ​ບໍ​ດີ ສະ​ວິດ, ປະ​ທາ​ນາ​​ທິ​ບໍ​ດີລັດ​ເຊຍ ປູ​ຕິນ ໄດ້ ​ກ່າວ​ປະ​ນາມ​ກໍ​ລະ​ນີ​ບຸກ​ໂຈມ​ຕີ​ອັນ​ສະ​ຫຍອງ​ຂວັນ​ດ້ວຍ​ລົດ​ບັນ​ທຸກ​ຢູ່ Nice ປະ​ເທດ​ຝະ​ລັ່ງ ພ້ອມ​ທັງ​ສົ່ງ​ໂທ​ລະ​ເລກ ແບ່ງ​​ເບົາຄວາມ​ເສົ້າ​ສະ​ລົດ​ໃຈ ແລະ ເຈັບ​ປວດ​ໄປ​ຍັງ​ບັນ​ດາ​ຄອບ​ຄົວ​ທີ່​ມີ​ຜູ້​ຮັບ​ເຄາະ​ຮ້າຍຈາກ​ເຫດ ບຸກ​ໂຈມ​ຕີ​ແບບກໍ່​ການ​ຮ້າຍນີ້

ຕອບກັບ

ຂ່າວ/ບົດ​ອື່ນ