ຫາງສຽງຄັດຄ້ານເລື່ອງອັງກິດ, ຝະລັ່ງ ຢາກປະກອບອາວຸດໃຫ້ແກ່ທະຫານຕ້ານຊີຣີ

ຫາງສຽງຄັດຄ້ານເລື່ອງອັງກິດ, ຝະລັ່ງ ຢາກປະກອບອາວຸດໃຫ້ແກ່ທະຫານຕ້ານຊີຣີ - ảnh 1

ສະພາບ​ການ​ຢູ່​ຊີຣີ

(ພາບ: ອິນ​ເຕີ​ແນັດ)

(vovworld) -  ພາຍ​ຫລັງທີ່​ທ່ານ Laurent Fabius ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝະລັ່ງ ປະກາດ​ເມື່ອ​ວັນ​ທີ່ 14/3 ວ່າ: ຝະລັ່ງ ​ແລະ ອັງກິດ​ ພ້ອມ​ແລ້ວ​ທີ່​ຈະ​ປະກອບ​ອາວຸດໃຫ້​ແກ່ກຳລັງ​ຝ່າຍ​ຄ້ານ​ຊີຣີ, ຊ້ຳບໍ່​ໜຳ​ຈຳເປັນຕ້ອງຮັບ​ການ​ສະໜັບສະໜູນ​ຂອງ​ສະຫະພາບ​ເອີ​ລົບ, ຫາ​ງສຽງ​ໄດ້​ອອກສຽງ​ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ກ່ຽວ​ກັບ​ການ​ກະທຳ​ດັ່ງກ່າວ. ສຳນັກ​ຂ່າວສານ​ແຫ່ງ​ຊາດ​ຊີຣີ SANA ​ໄດ້​ເນັ້ນໜັກ​ວ່າ: ການ​ປະກອບ​ອາວຸດ​ໃຫ້​ແກ່ “ບັນດາ​ກຸ່ມ​ກໍ່​ການ​ຮ້າຍ“ ຄື​ດັ່ງກ່າວ​ແມ່ນ​ລະ​ເມີດ​ກົດໝາຍ​ສາກົນໂດຍ​ບັງອາດ. ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ​ກ່າວ​ເຕືອນ​ວ່າ​ອາວຸດ ປະກອບ​ໃຫ້​ຝ່າຍ​ຄ້ານ​ຊີຣີ ອາດ​ຈະ​ຕົກ​ເຂົ້າສູ່​ກຳມື​ຂອງ​ບັນດາ​ພາກສ່ວນ​ກໍ່​ການ​ຮ້າຍ. ​ໃນ​ຂະນະ​ນັ້ນ, ກຸ່ມ​ຝ່າຍ​ຄ້ານ​ພັນທະ​ມິດ​ຊົນ​ຊາດ​ຊີຣີ ຊົມ​ເຊີຍ​ແຈ້ງ​ການ​ຂອງລັດຖະມົນຕີ​ການ​ຕ່າງປະ​ເທດ​ຝະລັ່ງ. ສະຫະພາບ​ເອີ​ລົບ​ໃຫ້​ຮູ້​ວ່າ​ອາດ​ຈະ​ດຳ​ເນີນ​ການ​ປຶກສາ​ຫາລື​ໃນ​ກຸ່ມ “​ໃນ​ບໍ່​ວ່າ​ເວລາ​ໃດ“ ກ່ຽວ​ກັບ​ເລື່ອງ​ລົບ​ລ້າງ​ຄຳ​ສັ່ງ​ຂວ້ຳບາດ​ດ້ານ​ອາວຸດ​ທີ່​ມີ​ຕໍ່ຊີຣີ

ຂ່າວ/ບົດ​ອື່ນ