ຫາງສຽງສືບຕໍ່ສະແດງຄວາມວິຕົກກັງວົນຕໍ່ສະພາບການຢູ່ມຽນມາ.

(VOVWORLD) -ຫາງສຽງສືບຕໍ່ສະແດງຄວາມວິຕົກກັງວົນຕໍ່ສະພາບການຢູ່ມຽນມາ ພາຍຫຼັງທີ່ກອງທັບມຽນມາໄດ້ຈັບຕົວບັນດາຜູ້ນຳລັດຖະບານ, ບັນດາຜູ້ວ່າການເຂດ ແລະ ລັດ ພ້ອມກັບບັນດາສະມາຊິກຂັ້ນສູງຂອງພັກສະຫະພັນແຫ່ງຊາດເພື່ອປະຊາທິປະໄຕ LND ເມື່ອວັນທີ 1 ກຸມພາທີ່ຜ່ານມາ. 
    ຫາງສຽງສືບຕໍ່ສະແດງຄວາມວິຕົກກັງວົນຕໍ່ສະພາບການຢູ່ມຽນມາ. - ảnh 1ທະຫານເວນຍາມຢູ່ດ່ານກວດກາ ມານດາໄລ ຢູ່ມຽນມາ

ວັນທີ 10 ກຸມພາ, ໃນການເຈລະຈາທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດຍີປຸ່ນ Toshimitsu Motegi ແລະ ຄູ່ຕຳແໜ່ງອິນໂດເນເຊຍ ທ່ານ Retno Marsudim, 2 ຝ່າຍໄດ້ ສະແດງຄວາມວິຕົກກັງວົນຕໍ່ບັນດາການຜັນແປທີ່ຫຼ້າສຸດຢູ່ມຽນມາ. ທ່ານລັດຖະມົນຕີການຕ່າງປະເທດຍີປຸ່ນ Toshimitsu Motegi ໃຫ້ຮູ້ວ່າ ຍີປຸ່ນຈະຮຽກຮ້ອງໃຫ້ກອງທັບມຽນມາຈົ່ງສ້າງສະພາບການເປັນປົກກະຕິໂດຍໄວ ພ້ອມທັງປ່ອຍຕົວທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງລັດມຽນມາ ແລະ ບັນດາຜູ້ຖືກຈັບກຸມຄົນອື່ນໆ ໃຫ້ເປັນອິດສະຫຼະ ກໍຄືຟື້ນຟູລະບອບການເມືອງປະຊາທິປະໄຕຢູ່ປະເທດນີ້ໂດຍໄວ. ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດອິນໂດເນເຊຍ Retno Marsudim ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາຄວາມສະຫງົບປອດໄພໃຫ້ແກ່ຊາວມຽນມາ ກໍຄືກັບຄືນສູ່ວິວັດທະນາການປະຊາທິປະໄຕ.

ຕອບກັບ

ຂ່າວ/ບົດ​ອື່ນ