ຫາງ​ສຽງ​ສາ​ກົນ ເຊີດ​ຊູທັດ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ໃນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ

(VOVWORLD) -  ຫາງສຽງສາກົນ ກໍໄດ້ເຊີດຊູຄວາມມານະພະຍາຍາມຂອງ ຫວຽດນາມ ທີ່ໄດ້ປະກອບສ່ວນເຂົ້າໃນການສ້າງເຂດທະເລຕາເວັນອອກສັນຕິພາບ, ສະຫງົບປອດໄພ, ປະຕິບັດກົດໝາຍສາກົນ ແລະ UNCLOS 1982.
ຫາງ​ສຽງ​ສາ​ກົນ ເຊີດ​ຊູທັດ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ໃນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ - ảnh 1(ພາບປະກອບ: TTXVN)

ທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນບັນຫາທະເລຕາເວັນອອກ ຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມສະຫງົບ, ປອດໄພ, ສິດເສລີໃນການເດີນເຮືອ ແລະ ການບິນ; ປົກປ້ອງສິດ, ຜົນປະໂຫຍດອັນຖືກຕ້ອງຕາມກົດໝາຍ, ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີຜ່ານການເຈລະຈາ, ບົນພື້ນຖານເຄົາລົບກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ສືບຕໍ່ຮັບການສະໜັບສະໜູນຢ່າງແຮງຂອງປະຊາຄົມສາກົນ. ໃນການພົບປະຂັ້ນສູງ, ເຈົ້າໜ້າທີ່ຫຼາຍປະເທດ ແລະ ສື່ມວນຊົນສາກົນ ໄດ້ສະແດງຄວາມເຫັນດີເປັນເອກະພາບດ້ວຍທັດສະນະຂອງ ຫວຽດນາມ ໃນບັນຫານີ້.

        ຫາງສຽງສາກົນ ກໍໄດ້ເຊີດຊູຄວາມມານະພະຍາຍາມຂອງ ຫວຽດນາມ ທີ່ໄດ້ປະກອບສ່ວນເຂົ້າໃນການສ້າງເຂດທະເລຕາເວັນອອກສັນຕິພາບ, ສະຫງົບປອດໄພ, ປະຕິບັດກົດໝາຍສາກົນ ແລະ UNCLOS 1982. ໃນບົດຂຽນທີ່ໄດ້ເອົາລົງໃນເວັບໄຊ Infox.ru ຂອງລັດເຊຍ ຫວ່າງມໍ່ໆມານີ້ ມີຫົວຂໍ້: “ຫວຽດນາມ - ຄັນທຸງນຳໜ້າຂອງ ອາຊຽນ”, ທ່ານ Grigory Trofimchuk - ນັກຊ່ຽວຊານກ່ຽວກັບນະໂຍບາຍການຕ່າງປະເທດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຢັ້ງຢືນວ່າ ຫຼັກໝັ້ນສະເໝີຕົ້ນສະເໝີປາຍທີ່ມີລັກສະນະສ້າງສັນຂອງ ຫວຽດນາມ ໃນການສ້າງສັນຕິພາບ ແລະ ສະຖຽນລະພາບໃນທົ່ວພາກພື້ນ, ລວມທັງທະເລຕາເວັນອອກ, ແມ່ນປັດໄຈສຳຄັນຊ່ວຍໃຫ້ ຮ່າໂນ້ຍ ປັບຕົວເຂົ້າກັບສະພາບພູມີສາດການເມືອງແບບທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ