ຫາງສຽງສາກົນກ່າວປະນາມເຫດຄາດຕະກຳໃໝ່ສຸດຢູ່ ຊີຣີ

ຫາງສຽງສາກົນກ່າວປະນາມເຫດຄາດຕະກຳໃໝ່ສຸດຢູ່ ຊີຣີ - ảnh 1
ການແຫ່ຂະບວນປະທ້ວງຕ້ານລັດຖະບານ ຢູ່ Hama
(ພາບ: AP)

(vovworld) - ວັນ​ທີ 13/7, ທູດ​ພິ​ເສດ​ລວມຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ ອາຣັບ ທ່ານ Kofi Annan ​ໄດ້​ກ່າວ​ປະນາມ​ຢ່າງຮຸນ​ແຮງ​ຕໍ່ເຫດຄາດ​ຕະກຳ​ຢູ່ ບ້ານ Traimsed  ທີ່​ຂຶ້ນ​ກັບ​ແຂວງ Hama, ພາກ​ກາງ​ຊີຣີ, ​​ເຊິ່ງ​ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດກວ່າ 150 ຄົນ. ມີ​ແຫຼ່ງຂ່າວ​ໃຫ້​ຮູ້​ວ່າ: ຈຳນວນ​ຜູ້​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ​ໃນ​ເຫດການ​ນີ້​​ໄດ້ຂຶ້ນ​ເຖິງ 200 ຄົນ. ທ່ານ Annan ​ໃຫ້​ຮູ້​ວ່າ: ທ່ານຮູ້ສຶກ​ຕົກສະ​ເງີ້ ຕໍ່​ແຫຼ່ງຂ່າວ​ກ່ຽວ​ກັບ​ເຫດການ​ຄາດ​ຕະກຳ​ນີ້, ກ່ຽວ​ກັບ​ລະດັບ​ຄວາມ​ເສຍ​ຫາຍ​ທາງ​ດ້ານ​ຊີວິດ​ອີນຊີ  ກໍ​ຄື​ເລື່ອງ​ນຳ​ໃຊ້​ບັນດາ​ອາວຸດ​ຂະໜາດ​ໜັກ​ຄື ​ລົດ​ຕັງ, ຍົນ​ເອລີກ​ອບ​ແຕສູ້​ຮົບ​.​.​. ນີ​ແມ່ນ​ເຫດການ​​ຄາດ​ຕະ​ກຳທີ 3 ຢູ່ ຊີຣີ ​ແລະ ​ແມ່ນ​ເຫດການ​ທີ່ 2 ຢູ່​ແຂວງ Hama ໃນ 2 ​ເດືອນ​ຜ່ານ​ມາ​ໄດ້​ເກີດເຫດຄາດ​ຕະກຳ 2 ຄັ້ງ​ຢ່າງ​ຕໍ່​ເນື່ອງ​ຢູ່ ບ່ານ Houla ​ເມື່ອ​ວັນ​ທີ 25/5 ​ແລະ ບ້ານ Al – Kubeir ​ເມື່ອ​ວັນ​ທີ 6/6, ​ເຮັດ​​ໃຫ້ນັບຮ້ອຍໆ​ຄົນ​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ.

ຂ່າວ/ບົດ​ອື່ນ