ຫາງສຽງສາກົນບໍ່ພໍໃຈຕໍ່ຄວາມສາມາດສະໜອງກຳລັງປະກອບອາວຸດໃຫ້ຝ່າຍຄ້ານຢູ່ຊີຮີ

ຫາງສຽງສາກົນບໍ່ພໍໃຈຕໍ່ຄວາມສາມາດສະໜອງກຳລັງປະກອບອາວຸດໃຫ້ຝ່າຍຄ້ານຢູ່ຊີຮີ - ảnh 1

ຝ່າຍຄ້ານບົນຖະໜົນ Aleppo (ພາບ: Lenta)

(vovworld) - ວັນ​ທີ 15/11, ຝລັ່ງຍົກ​ອອກ​ຄວາມ​ສາມາດ​ສະໜອງ​ອາວຸດ​ທີ່​ມີ​ລັກສະນະ​ປ້ອງ​ກັນ​ໃຫ້​ຝ່າຍ​ຄ້ານ​ຢູ່​ຊີ​ຮີ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ລັດ​ເຊຍ​ໄດ້​ຄັດຄ້ານ​ຢ່າງ​ແຮງ ​ແລະ ຖື​ວ່າ, ການ​ກະທຳ​ຄື​ດັ່ງກ່າວ​ຈະ ”ລະ​ເມີດ​ກົດໝາຍ​ສາກົນ” ​ໃນ​ຂະ​ນະນັ້ນ, ອາ​ເມ​ລິ​ກາ​ພັດ​ລະມັດລະວັງ​ຕໍ່​ບັນຫາ​ນີ້. ​ຢູ່​ປາຮີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝລັ່ງ Laurent Fabius ຖື​ວ່າ, ຄວນ​ພິຈາລະນາ ປັດ​ເຂ່ຍ​ອາວຸດທີ່​ມີ​ລັດ​ສະ​ນະ​ປ້ອງ​ກັນ​ອອກ​ຈາກ​ຄຳ​ສັ່ງ​ຂວ້ຳ​ບາດ​ເກືອດ​ຫ້າມ​ອາວຸດ​ໃນ​ປະຈຸ​ບັນ ​ເຊິ່ງສະຫະ​ພາບ​ເອີ​ລົບ (EU) ​ໄດ້​ຈັດ​ວາງ​ສຳລັບ​ຊີ​ຮີ ​ເພື່ອ​ຊ່ວຍ​ໃຫ້​ຝ່າຍ​ຄ້ານ​ຕ້ານ​ຄືນ​ລະບອບ​ຂອງ​ປະທານາທິບໍດີ Bashar al Assad. ​ແຕ່​ທັດສະນະ​ນີ້ ​ໄດ້​ຮັບ​ການ​ຄັດຄ້ານ​ຈາກ​ມົດ​ສະ​ກູ​ໃນ​ທັນທີ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ​​ເວົ້າ​ວ່າ, ນີ້​ແມ່ນ ”ການລະ​ເມີດ​ບັນດາ​ມາດຖານ​ອັນ​ເປັນ​ພື້ນຖານ​ຂອງ​ກົດໝາຍ​ສາກົນຢ່າງ​ຮ້າຍ​ແຮງ”. ສ່ວນປະທານາທິບໍດີອາ​ເມ​ລິ​ກາ Barack Obama ພັດສະ​ແດງ​ຄວາມ​ລະມັດລະວັງ, ​ໂດຍ​ເນັ້ນ​ໜັກ​ວ່າ, ວໍ​ຊິງ​ຕັນ​ຊົມ​ເຊີຍ​ພັນທະ​ມິດ​ຝ່າຍ​ຄ້ານ​ທີ່​ຫາ​ກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ​ແຕ່​ບໍ່​ທັນ​ກຽມພ້ອມ​ຮັບ​ຮູ້​ຢ່າງ​ສົມ​ບູນ.

ຂ່າວ/ບົດ​ອື່ນ